ຮອງນາຍົກລັດຖະມົນຕີຈິ້ງດິງຢຸງເປັນປະທານກອງປະຊຸມຮັບມືກັບພາຍຸເລກ 7 ແລະ ສະພາບຝົນຕົກໜັກ

(VOVWORLD) -ລັດຖະບານໄດ້ມອບໝາຍໃຫ້ຄະນະສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດ-ກະຊວງກະສີກຳ ແລະ ພັດທະນາຊົນນະບົດສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆທີ່ກ່ຽວຂ້ອງ ສ້າງ ແລະ ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ໂຄງການສັງລວມກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດໃຫ້ແກ່ເຂດພູດອຍ
ຮອງນາຍົກລັດຖະມົນຕີຈິ້ງດິງຢຸງເປັນປະທານກອງປະຊຸມຮັບມືກັບພາຍຸເລກ 7 ແລະ ສະພາບຝົນຕົກໜັກ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈິ້ງດິງຢຸງທີ່ກອງປະຊຸມ 

ເພື່ອແກ້ໄຂສິ່ງທີ່ຄ້າງຄາໃນວຽກງານປ້ອງກັນ ແລະ ຕ້ານໄພທຳມະຊາດ, ລັດຖະບານໄດ້ມອບໝາຍໃຫ້ຄະນະສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດ-ກະຊວງກະສີກຳ ແລະ ພັດທະນາຊົນນະບົດສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆທີ່ກ່ຽວຂ້ອງ ສ້າງ ແລະ ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ໂຄງການສັງລວມກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດໃຫ້ແກ່ເຂດພູດອຍຕິດພັນກັບການສ້າງໂຄງປະກອບບອ່ນຢູ່ຄືນໃໝ່, ສົມທົບກັບການທຳມາຫາກິນແບບຍືນຍົງຕິດພັນກັບການປ້ອງກັນ ແລະ ພັດທະນາປ່າປ້ອງກັນຢູ່ບາງເຂດຈຸດສຸມ. ນີ້ ແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມຈິ້ງດິງຢຸງທີ່ກອງປະຊຸມຮັບມືກັບພາຍຸເລກ 7 ແລະ ສະພາບຝົນຕົກໜັກເມື່ອຕອນເຊົ້າວັນທີ 27 ສິງຫາຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈິ້ງດິງຢຸງ ສະເໜີວ່າ :

    “ ຕິດຕາມຢ່າງແໜ້ນແຟ້ນກ່ຽວກັບການຜັນແປຂອງພາຍຸ ແລະ ໄພອັນຕະລາຍຂອງໄພທຳມະຊາດໃນເວລາຕໍ່ໄປເພື່ອຜັນຂະຫຍາຍມາດຕະການແກ້ໄຂ. ສືບຕໍ່ກວດກາ ຮັບປະກັນຄວາມປອດໄພໃຫ້ແກ່ກຳປັ່ນຢູ່ເຂດຮັບຜົນສະມ້ອນຂອງພາຍຸ. ບັນດາທ້ອງຖິ່ນເຂດເກີດພາຍຸຕ້ອງມີວິທີຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ ”

ຕອບກັບ

ຂ່າວ/ບົດ​ອື່ນ