ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະ2ຝ່າຍຢູ່ນອກກອງປະຊຸມຂັ້ນສູງASEM10
Thanh Chung,ນັກຂ່າວ VOV ໃຫ້ຂ່າວຈາກມີລານ -  
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ
(ພາບ: ອີນເຕີເນັດ)
(vovworld) – ໃນຂອບເຂດການເຄື່ອນໄຫວຂອງກອງປະຊຸມຂັ້ນສູງ ASEM 10 ຢູ່ ມີລານ (ອີຕາລີ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ມີການພົບປະ 2 ຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດ ຟິລິບປິນ Albert F. Del Rosario ແລະ ທ່ານລັດຖະມົນຕີການຕ່າງປະເທດ ນອກແວ Borge Brende.
ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຟິລິບປິນ, 2 ຝ່າຍເຫັນດີເປັນເອກະສັນຄວນມານະພະຍາຍາມຮ່ວມມືນຳການພົວພັນ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ມຸ່ງໄປສູ່ການຮ່ວມມືຍຸດທະສາດ. 2 ຝ່າຍຢັ້ງຢືນເພີ່ມທະວີການຮ່ວມມືເພື່ອແນໃສ່ສ້າງປະຊາຄົມ ອາຊຽນ ໃນປີ 2015 ໃຫ້ສຳເລັດຜົນ.
ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ນອກແວ, 2 ຝ່າຍເຫັນດີເປັນເອກະສັນຮ່ວມມືຢ່າງແໜ້ນແຟ້ນ, ສົ່ງເສີມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ນອກແວ ເຂົ້າມາ ດຳເນີນທຸລະກິດ, ລົງທຶນຢູ່ ຫວຽດນາມ, ພິເສດໃນຂົງເຂດຕໍ່ກຳປັ່ນ, ເດີນທະເລ… ທ່ານລັດຖະມົນຕີການຕ່າງປະເທດ ນອກແວ ຕີລາຄາສູງເລື່ອງ ຫວຽດນາມ ຕັ້ງໜ້າເຂົ້າຮ່ວມ ແລະ ຮັບຫຼາຍຕຳແໜ່ງສຳຄັນໃນບັນດາອົງການສາກົນ ແລະ ຢັ້ງຢືນວ່າ: ນອກແວ ຖືເປັນສຳຄັນການເພີ່ມທະວີການຮ່ວມມືກັບ ຫວຽດນາມ ຢູ່ ສປຊ, ASEAN ແລະ ASEM.
Thanh Chung,ນັກຂ່າວ VOV ໃຫ້ຂ່າວຈາກມີລານ