(vovworld) - ທີ່ການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ເດີ່ມຮ່າ, ແຂວງກວາງນິງ ໃນຕອນເຊົ້າວັນທີ 04/12, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ແຈ້ງໃຫ້ຊາບບັນດາໝາກຜົນພົ້ນເດັ່ນຂອງກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ເຊິ່ງດຳເນີນແຕ່ວັນທີ 20/10 – 27/11. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ຢືນຢັນວ່າ, ໃນປີ 2015 ເສດຖະກິດພາຍໃນປະເທດມີການຫັນປ່ຽນຢ່າງຕັ້ງໜ້າ, ແຕ່ໜີ້ສາທາລະນະຍັງສູງຢູ່. ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງບັນດາການປ່ຽນແປງເມື່ອປະຊາຄົມອາຊຽນ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ ພ້ອມກັບວຽກງານປົກປ້ອງຊາວປະມົງ, ວຽກງານປົກປັກຮັກສານ້ຳແດນດິນ, ພິເສດແມ່ນເຂດນຳ້ແດນດິນຢູ່ທະເລຕາເວັນອອກ… ສ່ວນຜູ້ມີສິດເລືອກຕັ້ງ, ສະແດງຄວາມສົນໃຈເຖິງບັນດາບັນຫາກ່ຽວຂ້ອງເຖິງເສດຖະກິດສັງຄົມຂອງທ້ອງຖິ່ນຕ່າງໆຢູ່ເຂດຫ່າງໄກສອກຫຼີກ, ມີຄຳສະເໜີແນະກ່ຽວກັບບັນຫາດ້ານສາທາລະນະສຸກ, ການສຶກສາ, ນະໂຍບາຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ… ໂດຍຕາງໜ້າໃຫ້ຄະນະສະມາຊິກສະພາແຫ່ງຊາດແຂວງກວາງນິງ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮັບຮູ້ຄຳເຫັນປະກອບ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງເພື່ອຈະລາຍງານຕໍ່ສະພາແຫ່ງຊາດ.
“ໃນໄລຍະ 5 ປີຜ່ານມາ ແລະ ພິເສດແມ່ນໃນປີ 2015, ບັນຫາປົກປັກຮັກສາອະທິປະໄຕເຂດຊາຍແດນຂອງພວກເຮົາຍັງໄດ້ຮັບການຮັບປະກັນ, ໂດຍສະເພາະແມ່ນເຂດຊາຍແດນທາງທິດເໜືອ ໄດ້ຮັບປະກັນສັນຕິພາບ ສະຖຽນລະພາບ. ສຳລັບແຂວງກວາງນິງ, ພວກເຮົາ ແລະ ຈີນ ກໍ່ໄດ້ເຊັນສັນຍາການໄປມາຢ່າງເສລີຢູ່ປາກແມ່ນ້ຳ ໄຝຫຼ້ວນ. ນີ້ແມ່ນໜຶ່ງໃນຈຳນວນສັນຍາ 2 ສະບັບ ເຊິ່ງໃນໄລຍະຜ່ານມາພວກເຮົາໄດ້ປະຕິບັດສຳເລັດ ເພື່ອຮັບປະກັນການຄຸ້ມຄອງເສັ້ນຊາຍແດນ”.
ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບິ່ງລຽວ, ແຂວງກວາງນິງ.