ຮອງນາຍົກລັດຖະມົນຕີຟ້າມບິ່ງມິງໂອ້ລົມທາງໂທລະສັບອວຍພອນປີໃໝ່ກຳມະການໃນຄະນະລັດຖະບານຈີນຢ໋າງເຈຍຊື້
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ
(ພາບປະກອບ)
(vovworld) – ໃນການໂອ້ລົມທາງໂທລະສັບລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ທ່ານກຳມະການໃນຄະນະລັດຖະບານ ຈີນ ຢ໋າງເຈຍຊື້ ເມື່ອວັນທີ 30/1/2014, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການພົວພັນລະຫວ່າງ 2 ປະເທດ, ເຫັນດີເປັນເອກະສັນເພີ່ມທະວີບົດບາດປະສານງານ, ຊຸກຍູ້ການພົວພັນລະຫວ່າງ 2 ປະເທດຂອງກົນໄກຄະນະກຳມະການຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ. 2 ຝ່າຍເຫັນດີເປັນເອກະສັນຈັດຕັ້ງກອງປະຊຸມຄັ້ງທີ 7 ຂອງ ຄະນະກຳມະການຢູ່ ຮ່າໂນ້ຍ ໃນກາງປີ 2014, ເຫັນດີເປັນເອກະສັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ພັກ, 2 ປະເທດໃນໄລຍະຜ່ານມາ.