ຮອງນາຍົກລັດຖະມົນຕີລາວ ພົບປະເຈລະຈາກັບຮອງນາຍົກລັດຖະມົນຕີ ຫວຽດນາມ

ຮອງນາຍົກລັດຖະມົນຕີລາວ ພົບປະເຈລະຈາກັບຮອງນາຍົກລັດຖະມົນຕີ ຫວຽດນາມ  - ảnh 1
ທ່າ​ນຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc
ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ​ ເລັ່ງ​ສະຫວັດ
(ພາບ: chinhphu.vn)


(vovworld) -     ​​​ໃນ​ລະຫວ່າງ​ວັນ​ທີ 13 - 14/10, ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ​ ເລັ່ງ​ສະຫວັດ ​ໄດ້​ເດ່ີ​ນທາງມາ​ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ສະ​ເໜີ​ປື້​ມທີ່​ຂຽນ​ກ່ຽວ​ກັບ​​ສຳພັນທະ​ມິດ​ສູ້​ຮົບ​ຫວຽດນາມ - ລາວ ​ໄລຍະ​ຕໍ່ສູ້​ໂດຍ​ທ່ານ​ເອງ ​ແລະ​ ບັນດາ​ເພື່ອນ​ຫວຽດນາມ ພ້ອມ​ກັນ​ຂຽນ. ວັນ​ທີ 13/10, ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ​ ເລັ່ງ​ສະຫວັດ ​ໄ​ດ້ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່າ​ນຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc. ທີ່​ການ​ພົບ​ປະ, ຮອງ​ນາຍົກລັດຖະມົນຕີສອງທ່ານ, ທັງ​ເປັນ​ປະທານ​ຄະນະ​ກຳມາ​ທິການ​ຮ່ວມ​ມືລະຫວ່າງ​ລັດຖະບານ​ຫວຽດນາມ - ລາວ, ລາວ - ຫວຽດນາມ ພ້ອມ​ກັນ​ແລກປ່ຽນ​ກ່ຽວ​ກັບວຽກ​ງານ​ກະກຽ​ມ​ໃຫ້​ແກ່​ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ ​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່​ຫວຽດນາມ ​ໃນ​ທ້າຍ​ປີ 2012 ນີ້. ຮອງ​ນາ​ຍົກ​ລັດຖະມົນ​ຕີ​ສອງ​ທ່ານ​ກໍ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽ​ດນາມ - ລາວ ຍິ່ງກວ່າ​ອີກ, ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012.

ຂ່າວ/ບົດ​ອື່ນ