ຮອງນາຍົກລັດຖະມົນຕີລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ບັກນິງ
ທ່ານຮອງນາຍົກລັດຖະມົນຕີທອງລຸນ ສີສຸລິດ
ເຮັດວຽກກັບການນຳແຂວງບັກນິງ
(ພາບ: Vietnam+)
(vovworld) – ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ວັນທີ 06/03, ຄະນະຜູ້ແທນຂັ້ນສູງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໂດຍທ່ານກຳມະກາກົມການເມືອງ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ທອງລຸນ ສີສຸລິດ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບັກນິງ. ທີ່ການພົບປະກັບການນຳແຂວງບັກນິງ, ທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງແຂວງບັກນິງ ກັບບັນດາແຂວງຂອງລາວ, ໂດຍສະເພາະແມ່ນແຂວງຫົວພັນ. ທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຊື່ອໝັ້ນຕໍ່ສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ ແລະ ປາດຖະໜາສືບຕໍ່ໄດ້ຮັບການຮ່ວມມື, ໜູນຊ່ວຍຂອງແຂວງບັກນິງ ໃນໄລຍະຈະມາເຖິງ.