ຮອງນາຍົກລັດຖະມົນຕີລາວ ໄປຢ້ຽມຢາມແຂວງ Nghe An

ຮອງນາຍົກລັດຖະມົນຕີລາວ ໄປຢ້ຽມຢາມແຂວງ Nghe An - ảnh 1
(ພາບ:baonghean.com)

( vovworld ) – ​​ໂດຍ​ໄດ້​ສືບ​ຕໍ່​ການ​ໄປ​ຢ້ຽມຢາມ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດນາມ, ວັນ​ທີ 9/4, ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ໄປ​ຢ້ຽມຢາມ​ຮາກ​ຖນານ​ເສດຖະກິດ​ຈຳນວນ 1 ຢູ່​ແຂວງ Nghe An ຊື່​ງລວມມີ: ​ໂຄງການ​ນິຄົມ​ກະ​ເສດ​ລ້ຽງ​ງົວ​ນົມ​ຂອງ​ກຸ່ມ​ບໍລິສັດ TH Truemilk, ​ເຂດ​ປູກ​ຕົ້ນ​ໄມ້​ວັດຖຸ​ດິບ, ​ໄປ​ຢ້ຽມຢາມ​ທະນາຄານ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ BIDV ສາຂາ Phu Quy. ການ​ຢ້ຽມຢາມ​ຂອງ​ຄະນະ ​ແມ່ນ ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂຳ່​ນັບ​ຮັບ​ຕ້ອນປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບຫວຽດນາມ-​ລາວ; ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ​ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ-​ລາວ ​ເວົ້າລວມ ກໍ​ຄື​ລະຫວ່າງ​ບັນດາທ້ອງ​ຖິ່ນ​ຂອງສອງ​ປະ​ເທດ​ເວົ້າສະ​ເພາະ. ວັນ​ທີ 10/4, ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ອອກ​ຈາກ​ແຂວງ Nghe An ​ເດີນທາງ​ກັບ​ເມືອ​ປະ​ເທດ ສີ້​ນສຸດ​ການ​ຢ້ຽມຢາມ ​ແລະ​ ​ເຮັດ​ວຽກ​ຢູ່​ບາງ​ແຂວງ​ຂອງ​ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc.


ຂ່າວ/ບົດ​ອື່ນ