ຮອງນາຍົກລັດຖະມົນຕີລາວຕີລາຄາສູງການປະກອບສ່ວນຂອງບັນດາວິສາຫະກິດຫວຽດນາມສະຫງວນໃຫ້ເສດຖະກິດລາວ
ຮອງນາຍົກລັດຖະມົນຕີ ລາວ ສົມສະຫວາດ ເລັ່ງສະຫວັດ
ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: My Binh)
|
(vovworld) - ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຄັ້ງທີ 2 ອາຍຸການ 2016 – 2020 ຂອງ ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ, ດຳເນີນໃນຕອນບ່າຍວັນທີ 8/1, ທ່ານຮອງນາຍົກລັດຖະມົນຕີ ລາວ ສົມສະຫວາດ ເລັ່ງສະຫວັດ ເນັ້ນໜັກວ່າ: ຊຸມປີຜ່ານມາ, ລະດັບການເຕີບໂຕດ້ານເສດຖະກິດບັນລຸກ່ວາ 7% ຂອງລາວ ແມ່ນມີການປະກອບສ່ວນບໍ່ໜ້ອຍຂອງບັນດາວິສາຫະກິດຂອງຊາວ ຫວຽດນາມ ອາໄສຢູ່ລາວ ແລະ ບັນດາວິສາຫະກິດ ຫວຽດນາມ ພວມລົງທຶນ, ດຳເນີນທຸລະກິດ ຢູ່ ລາວ. ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ຢັ້ງຢືນວ່າ: ບໍ່ພຽງແຕ່ປະກອບສ່ວນໃນຂົງເຂດເສດຖະກິດເທົ່ານັ້ນ, ຫາກບັນດາວິສາຫະກິດ ຫວຽດນາມ ຢູ່ ລາວ ຍັງປະກອບສ່ວນຮັດແໜ້ນການພົວພັນສາມັກຄີແບບພິເສດລະຫວ່າງ 2 ຊາດ, ປະຊາຊົນ 2 ປະເທດອີກດ້ວຍ. ຕາມທ່ານຮອງນາຍົກລັດຖະມົນຕີລາວແລ້ວ, ໃນໄລຍະເຊື່ອມໂຍງ, ພິເສດແມ່ນເມື່ອ ຫວຽດນາມ ແລະ ລາວ ເຂົ້າຮ່ວມປະຊາຄົມເສດຖະກິດ ອາຊຽນ (AEC), ວິສາຫະກິດ 2 ປະເທດຕ້ອງເພີ່ມທະວີການຮ່ວມມືເພື່ອພ້ອມກັນເສີມຂະຫຍາຍທ່າແຮງ, ຊ່ວຍເສດຖະກິດ 2 ປະເທດພ້ອມກັນພັດທະນາ. ເພື່ອປະຕິບັດສິ່ງດັ່ງກ່າວໃຫ້ໄດ້, ທ່ານຮອງນາຍົກລັດຖະມົນຕີ ລາວ ຫວັງວ່າ: ຄະນະບໍລິຫານງານສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ອາຍຸການທີ 2 ຈະສືບຕໍ່ແມ່ນຂົວຕໍ່ຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດ 2 ປະເທດ.