ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ຝາກກະເຊົ້າດອກໄມ້ອວຍພອນສະຖານທູດລາວ
ສະຖານທູດ ລາວ ຈັດຕັ້ງພິທີສະເຫຼີມສະຫຼອງ60 ປີແຫ່ງວັນສ້າງຕັ້ງ
ພັກປະຊາຊົນປະຕິວັດລາວ (22/3/1955-22/3/2015)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22/3/1955-22/3/2015), ທ່ານ ຫງວຽນຊວນຟຸກ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ປະທານຄະນະກຳມາທິການຮ່ວມມື ຫວຽດນາມ-ລາວ ໄດ້ຝາກກະເຊົ້າດອກໄມ້ອວຍພອນສະຖານທູດ ລາວ ປະຈຳ ຫວຽດນາມ.
ທ່ານຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ; ບັນດາການນຳຫ້ອງວ່າການສູນກາງພັກ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສະພາແຫ່ງຊາດ, ຫ້ອງວ່າການລັດຖະບານ, ຄະນະກຳມະການກວດກາສູນກາງ, ຄະນະຈັດຕັ້ງສູນກາງ, ຄະນະໂຄສະນາສຶກສາສູນກາງ, ຄະນະເສດຖະກິດສູນກາງ, ຄະນະວຽກງານການເມືອງພາຍໃນສູນກາງ, ຄະນະຂົນຂວາຍປະຊາຊົນສູນກາງ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຈຳນວນໜຶ່ງຢູ່ສູນກາງ ແລະ ນະຄອນ ຮ່າໂນ້ຍ ໄດ້ມາອວຍພອນພະນັກງານສະຖານທູດແຫ່ງ ສປປ.ລາວ ປະຈຳ ຫວຽດນາມ. ການນຳນະຄອນໂຮ່ຈິມິນ, ດ່ານັ້ງ ໄດ້ມາອວຍພອນຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈິມິນ ແລະ ດ່ານັ້ງ.
ເນື່ອງໃນໂອກາດນີ້, ບັນດາກະຊວງ, ຄະນະ, ຂະແໜງການ, ແຂວງ, ແລະ ນະຄອນອື່ນໆທີ່ມີການພົວພັນຮ່ວມມືກັບບັນດາກະຊວງ, ຄະນະ, ຂະແໜງການ, ແຂວງ, ນະຄອນອື່ນໆຂອງ ລາວ ກໍ່ໄດ້ຝາກໂທລະເລກອວຍພອນ.