ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກກວດກາວຽກງານຮັບປະກັນຄວາມສະຫງົບປອດໄພຢູ່ສະໜາມບິນໂນ້ຍບ່າຍ
(ທ່ານ ຫງວຽນຊວນຟຸກ ກວດກາວຽກງານຮັບປະກັນຄວາມ
ສະຫງົບປອດໄພ ຢູ່ທ່າອາກາດສະຍານສາກົນ ໂນ້ຍບ່າຍ)
(vovworld) - ວັນທີ 01/02, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານຄະນະກຳມະການປອດໄພໃນການຄົມມະນະຄົມແຫ່ງຊາດ, ໄດ້ກວດກາວຽກງານຮັບປະກັນຄວາມສະຫງົບປອດໄພ ແລະ ການບໍລິການ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂົນສົ່ງຢູ່ທ່າອາກາດສະຍານສາກົນ ໂນ້ຍບ່າຍ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີວອກ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງຂະແໜງການບິນ ສືບຕໍ່ມານະພະຍາຍາມເພີ່ມທະວີຄວາມສາມາດຮັບໃຊ້; ຈຳກັດສະພາບຍົກເລີກຖ້ຽວບິນ ແລະ ດຳເນີນຖ້ຽວບິນຊ້າກ່ວາກຳນົດ ເຮັດໃຫ້ຜູ້ໂດຍສານຕ້ອງລໍຖ້າຢູ່ສະໜາມບິນ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຕ້ອງຮັບປະກັນຄວາມປອດໄພໃຫ້ການບິນໃນທຸກເງື່ອນໄຂສະພາບການຢ່າງເດັດຂາດ, ພ້ອມທັງ ຮຽກຮ້ອງບັນດາອົງການທີ່ກ່ຽວຂ້ອງຕ້ອງຮັບປະກັນຄວາມປອດໄພຄວາມເປັນລະບຽບຮຽບຮ້ອຍຢູ່ສະໜາມບິນ. ກວດກາວຽກງານພາສີຢູ່ສະໜາມບິນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງບັນດາກຳລັງເຈົ້າໜ້າທີ່ຕ້ອງເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ປະຊາຊົນໃນວິວັດການແກ້ໄຂລະບຽບການບິນ ແລະ ສະເໜີຂະແໜງການບິນ ເພີ່ມທະວີການສົມທົບກັນລະຫວ່າງບັນດາສະໜາມບິນ ເພື່ອຫລຸດຜ່ອນຄວາມດັນໃຫ້ບັນດາສະໜາມບິນຈຸດສຸມ.