ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການບໍລິຫານຂັ້ນສູງກຸ່ມບໍລິສັດTemasek

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການບໍລິຫານຂັ້ນສູງກຸ່ມບໍລິສັດTemasek - ảnh 1
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການ
ບໍລິຫານຂັ້ນສູງກຸ່ມບໍລິສັດTemasek
(ພາບ: VGP/Lê Sơn)

(vovworld) – ວັນ​ທີ 2/3, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕ້ອນຮັບ​ທ່ານ​ນາງ Cheo Hock Kuan, ຜູ້ອຳນວຍການ​ບໍລິຫານ​ຂັ້ນ​ສູງ, ຮັບຜິດຊອບ​ຍຸດ​ທະ​ສາດ ​ແລະ ການ​ພົວພັນ​ຕ່າງປະ​ເທດ​ຂອງ​ກຸ່ມ​ບໍລິສັດ Temasek, ປະ​ເທດ ສິງ​ກາ​​ໂປ ພວມ​ມີ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ລົງທຶນ​ຂອງ​ກຸ່ມ​ບໍລິສັດ Temasek ຢູ່ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື, ການ​ລົງທຶນ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ສິງກາ​​ໂປ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ໄດ້ ​ແລະ ພວມ​ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​​ໃຫ້​ດີ​ກ່ວາ​ອີກ ​ເພື່ອ​ແນ​ໃສ່​ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ເຂົ້າມາ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ, ທ່ານ​ ຫງວຽນຊວນ​ຟຸກ ຢືນ​ຢັນວ່າ: ລັດຖະບານ ຫວຽດນາມ​ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​​ເຂົ້າມາ​ລົງ​ທຶນ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ​ຂອງ​ສິງ​ກາ​ໂປ ​ແລະ ກຸ່ມ​ບໍລິສັດ Temasek. ສ່ວນ​ທ່ານ​ນາງ Cheo Hock Kuan ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກຸ່ມ​ບໍລິສັດ Temasek ປາດ​ຖະໜາ​ຢາກ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ລົງທຶນ​ຢູ່ ຫວຽດນາມ ​ແລະ ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ການ​​ເງິນ, ​ເຕັກນິກ​ສູງ, ສິນຄ້າ​ບໍລິ​ໂພ​ກອຸປະ​ໂພ​ກ, ການ​ແພດ.


ຂ່າວ/ບົດ​ອື່ນ