ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກອອກຄຳສັ່ງເຄື່ອນພົນຍົກລະດັບເປີດກ້ວາງເສັ້ນທາງຫຼວງ1A

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກອອກຄຳສັ່ງເຄື່ອນພົນຍົກລະດັບເປີດກ້ວາງເສັ້ນທາງຫຼວງ1A - ảnh 1
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກອອກຄຳສັ່ງເຄື່ອນພົນຍົກລະດັບ
ເປີດກ້ວາງເສັ້ນທາງຫຼວງ1A
(ພາບ: baomoi.com)

(​vovworld) – ​ ​​​​ ພິ​ທີອອກ​ຄຳ​ສັ່ງ​​​ເຄື່ອນ​ພົນຍົກ​ລະ​ດັບ​ເປີດ​ກ້​ວາງ​ເສັ້​ນ​ທາງຫຼວງ 1A ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/2, ຢູ່​ຕາ​ແສງ ເກ໋ວ​ຟູ໋, ເມືອງ ເກ໋ວ​ເຊີນ, ແຂວງ ກວາງ​ນາມ. ກ່າ​ວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ ແລະ ບັນ​ດາ​ຫົວ​ໜ່​ວຍ​ເຂົ້າ​ຮ່ວມ​ການກໍ່​ສ້າງ​, ຈົ່​ງ​ສຸມ​ກຳ​ລັງ​ວັດ​ສະ​ດຸກໍ່​ສ້າງ, ພາ​ຫະ​ນະ ແລະ ບຸກ​ຄະ​ລາ​ກອນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​ຂອງ​ກິດ​ຈະ​ກຳ, ສຸ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ແລະ ຮັບ​ປະ​ກັນ​ຄຸນ​ນະ​ພາບ.

    ເສັ້ນ​ທາງຫຼວງ 1A ຕອນ​ແລ່ນ​ຜ່ານ​ແຂວງ ກວາງ​ນາມ ໄດ້​ຮັບ​ການ​ເປີດ​ກ້​ວາງ​​ໄລ​ຍະ​ທາງ​ແລ່ນ​ຜ່ານ​ເມືອງ ຢູຍ​ຊວຽນ, ເກ໋ວ​ເຊີນ, ທັງ​ບີ່ງ, ຟູ໋​ນີງ, ນູ໋ຍ​ແທ່ງ ແລະ ນະ​ຄອນ ຕາມ​ກີ່, ມີ​ຍອດລວງ​ຍາວ​ເກືອບ 60 ກມ.


ຂ່າວ/ບົດ​ອື່ນ