ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີຕ້ອນຮັບໃບຮັບຮອງວັດຫວີງງຽມເປັນປູຊະນີຍະສະຖານລະດັບຊາດພິເສດ
(ພາຍປະກອບ)
(vovworld) - ຕອນເຊົ້າວັນທີ 20/03, ຢູ່ແຂວງ ບັກຢາງ, ໄດ້ດຳເນີນພິທີຕ້ອນຮັບໃບຮັບຮອງວັດ ຫວີງງຽມ ເປັນປູຊິນີຍະສະຖານລະດັບຊາດພິເສດ. ວັດຫວີງງຽມ ແມ່ນກິດຈະກຳສະຖາປັດຕະຍະກຳມີຄຸນຄ່າພິເສດ, ເປັນຂີດໝາຍບັນດາໄລຍະພັດທະນາສະຖາປັດຕະຍະກຳສິລະປະ ຫວຽດນາມ. ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບໃບຮັບຮອງປູຊະນີຍະສະຖານແຫ່ງຊາດພິເສດໃຫ້ວັດ ຫວີງງຽມ ແລະ ສະເໜີແຂວງ ບັກຢາງ ຮີບເຮັ່ງສ້າງແຜນສັງລວມ ອະນຸລັກຮັກສາບູລະນະປະຕິສັງຂອນປູຊະນີຍະສະຖານ ເພື່ອເສີມຂະຫຍາຍຄຸນຄ່າປູຊະນີຍະຖານຢ່າງໝັ້ນຄົງ. ພ້ອມທັງ ສືບຕໍ່ຄົ້ນຄວ້າເຮັດແຈ້ງຄຸນຄ່າປູຊະນີຍະຖານວັດ ຫວີງງຽມ ຕິດພັນກັບກຸ່ມປູຊະນີຍະຖານ ແລະ ທັດສະນີຍະພາບ ອຽນຕື ເພື່ອສ້າງສຳເນົາເອກະສານຍືນສະເໜີຕໍ່ UNESCO ຮັບຮອງເປັນມໍລະດົກໂລກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ, ວິທະຍາສາດ ແລະ ຄວາມງາມຂອງປູຊະນີຍະສະຖານຢ່າງເລິກເຊິ່ງກ້ວາງຂວາງ.