ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ
ເຈລະຈາກັບຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ
(ພາບ: VGP)
(vovworld) - ວັນທີ 6/12, ຢູ່ສຳນັກງານລັດຖະບານ, ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານຄະນະກຳມະການຮ່ວມມືຫວຽດນາມ - ລາວ, ເຈລະຈາກັບທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ. ທີ່ການເຈລະຈາ, ສອງຝ່າຍໄດ້ສຳຫຼວດກວດຄືນເນື້ອໃນທັງໝົດຂອງການຮ່ວມມືໄລຍະ 2016-2020, ເພື່ອກະກຽມເນື້ອໃນລາຍງານກັບຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວທີ່ການພົບປະ ປະຈຳປີຂອງກົມການເມືອງສອງປະເທດ ແລະ ກອງປະຊຸມຄັ້ງທີ 38 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນດ້ານການເມືອງ ແລະ ແລກປ່ຽນຄະນະພາຍໃຕ້ຫຼາຍຮູບການ, ບົນຈິດໃຈແທດຈິງ,ມີປະສິດທິຜົນ; ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສ, ກົນໄກຮ່ວມມືຫຼາຍຝ່າຍໃນພາກພື້ນ ແລະ ສາກົນ. ຫວຽດນາມຈະໜູນຊ່ວຍລາວໃນການຮັບຜິດຊອບໜ້າທີ່ບົດບາດເປັນປະທານອາຊຽນປີ 2016 ໃຫ້ສຳເລັດຜົນ. ສອງຝ່າຍຄວນຮ່ວມມືກັນຢ່າງແໜ້ນແຟ້ນໃນຂອບເຂດຫຼາຍຝ່າຍ, ພິເສດແມ່ນເມື່ອປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງໃນວັນທີ 31/12/2015.
ສອງຝ່າຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມ; ຍູ້ແຮງການຜັນຂະຫຍາຍບັນດາໂຄງການຈຸດສຸມຢູ່ເຂດຊາຍແດນຫວຽດນາມ - ລາວ; ສະກັດກັ້ນການຄ້າ, ຂົນສົ່ງຢາເສບຕິດຂ້າມຊາຍແດນຢ່າງທັນການ ແລະ ມີປະສິດທິຜົນ.
ສອງຝ່າຍສືບຕໍ່ກວດກາບັນດາໂຄງການລົງທຶນຂອງຫວຽດນາມຢູ່ລາວ; ຜັນຂະຫຍາຍສັນຍາການຄ້າໃໝ່ ແລະ ສັນຍາການຄ້າຊາຍແດນຢ່າງຄົບຊຸດ, ມີປະສິດທິຜົນ; ຜັນຂະຫຍາຍບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານສອງປະເທດກ່ຽວກັບການເຊື່ອມຕໍ່ທາງຄົມມະນາຄົມຂົນສົ່ງຫວຽດນາມ - ລາວໃຫ້ດີ; ຍູ້ແຮງການຮ່ວມມືໃນຂົງເຂດກະສິກຳ ແລະ ພັດທະນາຊົນນະບົດ; ປະຕິບັດສົນທິສັນຍາກ່ຽວກັຍການຮ່ວມມືກໍ່ສ້າງພະນັກງານລະຫວ່າງສອງປະເທດຢ່າງເຂັ້ມງວດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ ແລະ ສົມທົບກັນແກ້ໄຂບັນດາເນື້ອໃນກ່ຽວຂ້ອງເຖິງການພົວພັນຮ່ວມມືລະຫວ່າງສອງປະເທດ.