ຮອງນາຍົກລັດຖະມົນຕີຫວູດຶກດາມຕ້ອນຮັບຄະນະຜູ້ແທນຜູ້ທີມີຄຸນງາມຄວາມດີແຂວງລ້າງເຊີນແລະກວາງນາມ
(VOVWORLD) -ຕອນບ່າຍວັນທີ 23 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຜູ້ທີ່ມີຄຸນງາມຄວາມດີແຂວງລ້າງເຊີນ ແລະ ແຂວງກວາງນາມ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
ຕ້ອນຮັບຄະນະຜູ້ແທນຜູ້ທີ່ມີຄຸນງາມຄວາມດີ
(ພາບ: VGP)
|
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ຍາມໃດພັກ, ລັດ ກໍ່ເອົາໃຈໃສເຖິງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ປີ 2017, ແມ່ນປີສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2017), ລັດຖະບານຈະສືບຕໍ່ສຳຫຼວດຄືນບັນດານະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີ ເພື່ອດັດປັບໃຫ້ເໝາະສົມກັບເງື່ອນໄຂໃນປະຈຸບັນໃຫ້ດີກວ່າ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ, ຜູ້ທີ່ມີຄຸນງາມຄວາມດີແຂວງລ້າງເຊີນ ແລະ ເມືອງຟຸ໋ລິງ, ແຂວງກວາງນາມ ສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ, ຍາມໃດກໍ່ແມ່ນແບບຢ່າງເພື່ອໃຫ້ລຸ້ນລູກລຸ້ນຫຼານຮ່ຳຮຽນຕາມ, ສູ້ຊົນອອກແຮງງານ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ຮັ່ງມີເຂັ້ມແຂງ.