ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມເວທີປາໄສຊຳລະເອເລັກໂຕນິກຫວຽດນາມ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: VGP)
(vovworld) – ເວທີປາໄສຊຳລະເອເລັກໂຕນິກ ຫວຽດນາມ ປີ 2015 VEPF 2015 ດ້ວຍຫົວຂໍ້ “ເຊື່ອມໂຍງ ແລະ ຮ່ວມມືແນໃສ່ຊຸກຍູ້ການຊຳລະເອເລັກໂຕນິກ” ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 16/12 ຢູ່ຮ່າໂນ້ຍ. ທີ່ເວທີປາໄສທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ໃນສະພາວະການຄ້າ ເອເລັກໂຕນິກຢູ່ ຫວຽດນາມ ພວມພັດທະນາຢ່າງວ່ອງໄວ, ການພົວພັນແລກປ່ຽນຜ່ານເຄືອຂ່າຍອິນເຕີແນັດໃນແຕ່ລະປີ ໄດ້ເພີ່ມຂຶ້ນສູງ ແຕ່ການຊຳລະດ້ວຍເງິນສົດ ຍັງກວມສ່ວນຫລາຍ, ດ້ວຍອັດຕາສ່ວນປະມານ 65% ຍອດມູນຄ່າການຊຳລະ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ເພື່ອໃຫ້ການຊຳລະເອເລັກໂຕນິກເສີມຂະຫຍາຍປະສິດທິຜົນນັ້ນ, ຄວນມີການເຊື່ອມໂຍງລະຫວ່າງທຸກໆຝ່າຍ ເພື່ອໃຫ້ ຫວຽດນາມ ສາມາດມຸ່ງໄປສູ່ການຫລຸດຜ່ອນຮູບການຊຳລະດ້ວຍເງິນສົດ, ສ້າງກົນໄກສົ່ງເສີມ ເພື່ອການຊຳລະ ເອເລັກໂຕນິກ ໄດ້ຖືກປະຊາຊົນຊົມໃຊ້ຢ່າງຫລວງຫລາຍກ່ວາ.