ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມເວທີປາໄສ“ສີ່ປະເທດ-ຈຸດນັດພົບດຽວ“
ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ
ເຂົ້າຮ່ວມເວທີປາໄສ “ສີ່ປະເທດ-ຈຸດນັດພົບດຽວ“
(ພາບ: VGP)
(vovworld) - ຕາມຄຳເຊີນຂອງທ່ານຮອງປະທານາທິບໍດີ ສາທາລະນະລັດ ສະຫະພາບ ມຽນມາ Henry Van Thio, ຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເຂົ້າຮ່ວມເວທີປາໄສ “ສີ່ປະເທດ-ຈຸດນັດພົບດຽວ“ ເຊິ່ງຖືກຈັດຕັ້ງໃນສະພາບການຮ່ວມມືລະຫວ່າງ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ບັນລຸໄດ້ຜົນງານສຳຄັນຕ່າງໆ, ປະກອບສ່ວນຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງປະເທດຕ່າງໆ. ເວທີປາໄສ “ສີ່ປະເທດ-ຈຸດນັດພົບດຽວ“ ເພື່ອແນໃສ່ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການທ່ອງທ່ຽວລະຫວ່າງ 4 ປະເທດດັ່ງກ່າວ. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສນີ້, ເພື່ອແນໃສ່ເພີ່ມທະວີການພົວພັນສອງຝ່າຍກັບມຽນມາ, ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ທະນາຄານລະຫວ່າງ 4 ປະເທດ ກໍ່ຄືເພີ່ມທະວີການສະໜັບສະໜູນບັນດາວິສາຫະກິດ ຫວຽດນາມທີ່ລົງທຶນເຂົ້າ ມຽນມາ.