ຮອງນາຍົກລັດຖະມົນຕີຫວູວັນນິງຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງກຽນຢາງ

ຮອງນາຍົກລັດຖະມົນຕີຫວູວັນນິງຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງກຽນຢາງ - ảnh 1
ທ່ານ ຫວູວັນ​ນິງ ຕ້ອນຮັບ​ ຄະນະ​ຜູ້​ແທນ​ທີ່ມີ​ຄຸນ
ງາມຄວາມດີ​ຕໍ່​ການປະຕິວັດ​​ແຂວງ ກຽນ​ຢາງ
(ພາບ: doantuan/TTXVN)

(vovworld) –  ​ ທີ່​ການ​ຕ້ອນຮັບ​ ຄະນະ​ຜູ້​ແທນ​ທີ່ມີ​ຄຸນງາມຄວາມດີ​ຕໍ່​ການປະຕິວັດ​​ແຂວງ ກຽນ​ຢາງ ໃນ​ຕອນ​ບ່າຍ​ວັນ​ທີ 19/11. ຢູ່​ສຳນັກງານ​ລັດຖະບານ ຫວຽດນາມ ທ່ານ ຫວູວັນ​ນິງ ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ພັກ, ລັດ ຍາມ​ໃດ​ກໍ​ຈົດ​ຈຳ​ບຸນຄຸນ; ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ທີ່​ດີ​ສຸດ ​ເພື່ອ​ຮັບປະກັນ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່ ທາງ​ດ້ານວັດຖຸ ​ແລະ ຈິດ​ໃຈ​ຂອງ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ຍາດຕິ​ພີ່ນ້ອງ​ຂອງ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດຖະບານ​ຈະ​ສືບ​ຕໍ່​ເປັນ​ເສນາ​ທິການ​ໃຫ້ ພັກ, ລັດ, ​ເພື່ອວາງ​ອອກ​ບັນດາ​ນະ​ໂຍບາຍ ​ແນ​ໃສ່​ສົ່ງ​ເສີມ​ຊີວິດ​ການ​ເປັນ​ຢູ່​ຂອງຜູ້​ມີ​ຄຸນງາມຄວາມດີ​ແຂວງ ກຽນ​ຢາງ ​ເວົ້າ​ສະ​ເພາະ ​ແລະ ຜູ້​ມີ​ຄຸນງາມຄວາມດີ​ໃນທົ່ວ​ປະ​ເທດ​ເວົ້າ​ລວມ​ໃຫ້​ດີ​ກ່ວາ​. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ປາດ​ຖະໜາ​ວ່າ: ບັນດາ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ຜູ້​ມີ​ຄຸນງາມຄວາມດີ​ແຂວງ ກຽນ​ຢາງ ຈະສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ​; ​ເປັນ​ແບບຢ່າງ​ໃຫ້​ລຸ່ນໜຸ່ມ​ຮ່ຳຮຽນ, ປະຕິບັດ​ຕາມ, ປະກອບ​ກຳລັງ​ກໍ່ສ້າງບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​​ໃຫ້ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ