(vovworld) – ທີ່ການຕ້ອນຮັບຮອງນາຍົກລັດຖະມົນຕີ ລາວ ບຸນປອນ ບຸດຕະນາວົງ ໃນວັນທີ 6/10, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນີງ ຢັ້ງຢືນວ່າ: ພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ພັດທະນາການພົວພັນແບບພິເສດກັບ ລາວ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນເພື່ອຊ່ວຍລາວ ປະຕິບັດບັນດາຄາດໝາຍຂອງແຜນການພັດທະນາເສດຖະກິດ - ສັງຄົມ 5 ປີຄັ້ງທີ 7. ຮອງນາຍົກລັດຖະມົນຕີທັງ 2 ທ່ານໄດ້ເຫັນດີເປັນເອກະສັນຄວນສືບຕໍ່ແລກປ່ຽນບັນດາຄະນະການນຳຂັ້ນສູງເປັນປະຈຳ, ເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນພັກ ແລະ ລັດຖະບານເພື່ອແລກປ່ຽນບົດຮຽນໃນການຄຸ້ມຄອງ, ບໍລິຫານ ແລະ ພັດທະນາເສດຖະກິດ - ສັງຄົມ, ກໍ່ຄືວຽກງານພັກ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ສະເໜີໃຫ້ 2 ຝ່າຍຈຶ່ງປະຕິບັດສຳເລັດການເຈລະຈາ ແລະ ເຊັນສັນຍາການຄ້າໃໝ່ ລະຫວ່າງ ຫວຽດນາມ - ລາວ ໂດຍໄວເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຈຸດໝາຍນຳວົງເງິນການຄ້າ 2 ຝ່າຍ ບັນລຸ 2 ຕື້ USD ໃນປີ 2015.
ຮອງນາຍົກລັດຖະມົນຕີ 2 ທ່ານ ກໍ່ເຫັນດີເປັນເອກະສັນຈະຕັ້ງໜ້າສົມທົບກັນໃນການຜັນຂະຫຍາຍການກໍ່ສ້າງອະນຸສາວະລີປະທານ ໂຮ່ຈີມິນ ຢູ່ນະຄອນຫຼວງ ວຽງຈັນ, ມຸ່ງໄປເຖິງການສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ອິນດູຈີນ ແລະ ບັນດາວັນບຸນໃຫຍ່, ສຳຄັນຂອງ 2 ປະເທດໃນປີ 2015, ກໍ່ຄືກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ ຂອງແຕ່ລະປະເທດໃນປີ 2016.