ຮອງນາຍົກລັດຖະມົນຕີຫວຽດນາມຮ່ວາງຈຸງຫາຍຕ້ອນຮັບອະດີດນາຍົກລັດຖະມົນຕີອັງກິດແລະອາຍແລນເໜືອ

ຮອງນາຍົກລັດຖະມົນຕີຫວຽດນາມຮ່ວາງຈຸງຫາຍຕ້ອນຮັບອະດີດນາຍົກລັດຖະມົນຕີອັງກິດແລະອາຍແລນເໜືອ  - ảnh 1
ຮອງນາຍົກລັດຖະມົນຕີຫວຽດນາມຮ່ວາງຈຸງຫາຍຕ້ອນຮັບ
ອະດີດນາຍົກລັດຖະມົນຕີອັງກິດແລະອາຍແລນເໜືອ
(ພາບ: VGP/Nguyên Linh)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 3/3, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ອະດີດ​ນາຍົກລັດຖະມົນຕີ ອັງກິດ ​ແລະ Ireland ທາງ​ທິດ​ເໜືອ Tony Blair. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ສະ​ແດງຄວາມ​​ເບີກບານ​ມ່ວນ​ຊື່ນເມື່ອ​ເຫັນ​ວ່າການ​ພົວພັນ​ຮ່ວມ​ມື​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ-​ອັງກິດ ສືບ​ຕໍ່​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ມີ​ປະສິດທິ​ຜົນ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ການ​ເມືອງ-ການ​ທູດ, ​ເສດຖະກິດ-​ການ​ຄ້າ-​ການ​ລົງທຶນ, ການ​ຮ່ວມ​ມື​ພັດທະນາ ​ແລະ ການ​ສຶກສາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈຸ​ງຫາຍ ຢືນຢັນ​ວ່າ: ຍາມ​ໃດ ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ມານະ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ​ ອັງກິດ, ພ້ອມ​ທັງ​ຂອບ​ອົກ​ຂອບ​ໃຈ​ທ່ານ​ອະດີດ​ນາຍົກລັດຖະມົນຕີ ອັງກິດ ​ໄດ້​ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມືລະຫວ່າງ ຫວຽດນາມ-ອັງກິດ ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ເນັ້ນ​ໜັກ​ວ່າ  ອັງກິດ ​ແມ່ນ​ຄູ່​ຮ່ວມ​ມື​ເສດຖະກິດ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ ໃນ​ສະຫະພາບ​ເອີ​ລົບ (EU), ຢືນ​ອັນດັບ 16/101 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​​ລົງທຶນ​ຢູ່ ​ຫວຽດນາມ. ຫວຽດນາມ ​ນັບ​ມື້​ນັບ​ເຊື່ອມ​ໂຍງ​​ເຂົ້າ​ກັບເສດຖະກິດ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ພິ​ເສດ​ແມ່ນ FTA (ສັນຍາ​ການ​ຄ້າ​ເສລີ) ຫວຽດນາມ-EU ​ແລະ ​ເລື່ອງ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ພວມ​ເປີດ​ກາລະ​ໂອກາດ​ໃໝ່​ຫຼາຍ​ຢ່າງ​ໃຫ້ການ​ຮ່ວມ​ມື​ເສດຖະກິດ 2 ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈຸ​ງຫາຍ ຂອບ​ໃຈ​ລັດຖະບານ​ອັງກິດ​ໃນ​ຊຸມ​ປີຜ່ານມາ​ໄດ້​ສະຫງວນ​ແຫຼ່ງໜູນ​ຊ່ວຍ ODA ທີ່​ມີ​ປະສິດທິ​ຜົນ​ໃຫ້​​ແກ່ ຫວຽດນາມ ​ແລະ ປາດ​ຖະໜາ​ວ່າ ທ່ານ​ອະດີດ​ນາຍົກລັດຖະມົນຕີ ອັງກິດ Tony Blair ຈະສືບ​ຕໍ່​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ ຫວຽດນາມ ສຳ​ພັດ​ກັບ​ບັນດາ​ແຫຼ່ງທຶນ​ພິ​ເສດ​ຈາກ​ບັນດາ​ກອງ​ທຶນ​ໜູນ​ຊ່ວຍ​ພັດທະນາ​ສາກົນ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ເຕີບ​ໂຕ​ຂຽວ, ການ​ສຶກສາ ​ແລະ ບຳລຸງ​ສ້າງ.


ຂ່າວ/ບົດ​ອື່ນ