ຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍຕ້ອນຮັບອະດີດນາຍົກລັດຖະມົນອັງກິດ

ຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍຕ້ອນຮັບອະດີດນາຍົກລັດຖະມົນອັງກິດ - ảnh 1
ທ່ານຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍ
ຕ້ອນຮັບອະດີດນາຍົກລັດຖະມົນອັງກິດ
(ພາບ: VGP)


(vovworld) – ວັນ​ທີ 19/10, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ໄດ້​ໃຫ​້ການ​ຕ້ອນຮັບ​ທ່ານອະ​ດີດ​ນາຍົກລັດຖະມົນ​​ແຫ່ງ​ລາຊະ​ອານາຈັກອັງກິດ ​ແລະ ອາຍ​ແລນ​ເໜືອ Tony Blair, ​ເຊິ່ງພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ປາດ​ຖະໜາ​ວ່າ, ທ່ານອະ​ດີດ​ນາຍົກລັດຖະມົນ​ Tony Blair ສື​ບຕໍ່​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ຫວຽດນາມ ​ໃຫ້ສຳ​ພັດ​ກັບ​ບັນດາ​ແຫຼ່ງທຶນ​ບຸລິມະສິດ​ຂອງ​ອັງກິດ ຈາກ​ບັນດາ​ຊ່ອງ​ຫຼາຍ​ຝ່າຍ, ບັນດາ​ກອງ​ທຶນ​ອຸປະ​​ຖຳພັດທະນາ​ສາກົນ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າອາກາ​ດ, ການ​ເຕີບ​ໂຕ​ຂຽວ, ການ​ສຶກສາ ​ແລະ ບຳລຸງ​ສ້າງ.

      ສ່ວນທ່ານ Tony Blair ​​ໃຫ້​ຮູ້​ວ່າ, ການ​ຢ້ຽມຢາມ​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ຂອງ​ຫ້ອງການ Tony Blair Asscociates ກັບ​ບັນດາ​ອົງການ​ຄູ່​ຮ່ວມ​ມື​ຫວຽດນາມ ​ແລະ ປາດ​ຖະໜາ, ຢາກ​ໃຫ້​ລັດຖະບານ​ຫວຽດນາມ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ບັນດາ​ຂົງ​ເຂດຮ່ວມ​ມື​ນີ້ຢ່າງ​ແຮງ​ກວ່າ​ອີກ.
     ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດທ່ານ​ ຫງວຽນ​ວັນ​ບິ່ງ ກໍ​​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານອະ​ດີດ​ນາຍົກລັດຖະມົນ​ Tony Blair ຢ່າງ​ສະໜິດສະໜົມ

ຂ່າວ/ບົດ​ອື່ນ