ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງເຂົ້າຮ່ວການພົບປະສ້າງສັນບັນດານັກຮົບປະຕິວັດຖືກສັດຕູກັກຂັງ
|
(vovworld) – ວັນທີ 31/1 (ກົງກັບວັນທີ 4 ເດືອນຈຽງ), ຢູ່ຫໍພິພິທະພັນຮ່ອງຮອຍສົງຄາມ (ນະຄອນ ໂຮ່ຈີມີນ), ຄະນະຕິດຕໍ່ພົວພັນທົ່ວປະເທດ ນັກຮົບປະຕິວັດ ຫວຽດນາມ ທີ່ຖືກສັດຕູກັກຂັງ ໄດ້ຈັດຕັ້ງການພົບປະສ້າງສັນເພື່ອສະເຫຼີມສະຫຼອງ 87 ປີລະດູບານໃໝ່ - ພັກກອມມູນິດ ຫວຽດນາມ ທີ່ສະຫງ່າລາສີ, ຕ້ອນຮັບບຸນເຕັດປີ ລະກາ 2017. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ປາດຖະໜາວ່າ, ບັນດານັກຮົບທີ່ເຄີຍຖືກສັດຕູກັກຂັງສືບຕໍ່ຕັ້ງໜ້າປະກອບກຳລັງເຫື່ອແຮງ, ພຸມປັນຍາ ໃຫ້ແກ່ປະເທດຊາດ, ພ້ອມກັນຮ່ວມແຮງຮ່ວມໃຈສ້າງສາປະເທດຊາດໃຫ້ນັບມື້ນັບພັດທະນາ, ພ້ອມທັງສືບຕໍ່ປະກອບສ່ວນໃຫ້ວຽກງານສຶກສາມູນເຊື້ອໃຫ້ແກ່ລຸ້ນໜຸ່ມ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ, ໃຫ້ຮູ້ວ່າ ລັດຖະບານພ້ອມກັບອຳນາດການປົກຄອງທຸກຂັ້ນ ສືບຕໍ່ເອົາໃຈໃສ່ປະຕິບັດນະໂຍບາຍເບິ່ງແຍງດູແລໃຫ້ອະດິດນັກໂທດປະຕິວັດ, ສຸມໃສ່ເຂົ້າໃນການປູລະນະບັນດາບູຊານີຍະສະຖານປະຫວັດສາດກ່ວາອີກ.