ຮອງນາຍົກລັດຖະມົນຕີເຈືອງຮວາບິ່ງເປັນປະທານກອງປະຊຸມຄວາມປອດໄພການຄົມມະນາຄົມຫວຽດນາມປີ 2016
ທ່ານຮອງນາຍົກລັດຖະມົນຕີເຈືອງຮວາບິ່ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 22/12, ທີ່ຮ່າໂນ້ຍ, ຄະນະກຳມະການຄວາມປອດໄພການຄົມມະນາຄົມແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມຄວາມປອດໄພການຄົມມະນາຄົມຫວຽດນາມປີ 2016. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ເຈືອງຮວາບິ່ງ ໄດ້ຮັບຮູ້ບັນດາການປະກອບສ່ວນຂອງບັນດານັກວິທະຍາສາດ, ນັກຊ່ຽວຊານທັງຢູ່ພາຍໃນ ແລະ ຕ່າງປະເທດໃນວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຄົມມະນາຄົມຢູ່ຫວຽດນາມ. 90 ກິດຈະກຳວິທະຍາສາດໄດ້ຄົ້ນຄວ້າກ່ຽວກັບຄວາມປອດໄພໃນການຄົມມະນາຄົມໃນປີ 2016, ໃນນັ້ນ 42 ກິດຈະກຳ ຖືກເລືອກເຟັ້ນປະກາດສຳເລັດຈາກສະພາວິທະຍາສາດ, ໄດ້ຊ່ວຍໃຫ້ບັນດາອົງການຄຸ້ມຄອງປະຕິບັດສຳເລັດກວ່າໃນວຽກງານຮັບປະກັນຄວາມຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພໃນການຄົມມະນາຄົມ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າຄວາມກົດດັນດ້ານການຄົມມະນາຄົມນັບມື້ນັບໃຫຍ່ຫຼວງ, ຍາມໃດກໍ່ຢູ່ເໜືອຄວາມສາມາດໃນການຕອບສະໜອງຂອງພື້ນຖານໂຄງລ່າງການຄົມມະນາຄົມ. ສະພາບຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພໃນການຄົມມະນາຄົມ ຍັງຜັນແປໄປຢ່າງສັບສົນ, ອຸປະຕິເຫດການຄົມມະນາຄົມຍັງຢູ່ໃນລະດັບສູງ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວາບິ່ງ ຮຽກຮ້ອງວ່າ:
“ຂ້າພະເຈົ້າປາດຖະໜາຢາກໃຫ້ບັນດາຜູ້ແທນມີບັນດາການແລກປ່ຽນ, ປຶກສາຫາລື ເພື່ອອາດສາມາດຍົກອອກບັນດາຂໍ້ສະຫຼຸບດ້ານວິທະຍາສາດ, ພາວະວິໄສ, ຊີ້ອອກບັນດາເນື້ອແທ້ຂອງສາຍເຫດເກີດອຸປະຕິເຫດຄົມມະນາຄົມ, ສະພາບລົດຕິດ ກໍ່ຄືຍົກອອກບັນດາຂໍ້ສະເໜີ ເພື່ອແກ້ໄຂດ້ວຍວິທີທີ່ເໝາະສົມ ແລະ ມີປະສິດທິຜົນ”