ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງເຮັດວຽກຢູ່ແຂວງກວາງນີງ
(ພາບ: VGP/Lê Sơn)
(vovworld) – ວັນທີ 10/8, ທ່ານ ເຈືອງຮ່ວາບີ່ງ, ຮອງນາຍົກລັດຖະມົນຕີ ມີການເຮັດວຽກຢູ່ແຂວງກວາງນີງ, ກ່ຽວກັບການຕີລາຄາໝາກຜົນແຫ່ງການປະຕິບັດໜ້າທີ່ເສດຖະກິດ - ສັງຄົມໃນ 7 ເດືອນຕົ້ນປີ 2016, ໝາກຜົນການປະຕິບັດແຜນຮ່າງ 25 ກ່ຽວກັບການສ້າງສູນບໍລິຫານສາທາລະນະຕິດພັນກັບແຜນຮ່າງສ້າງອຳນາດການປົກຄອງເອເລັກໂຕນິກ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ໄດ້ຍ້ອງຍໍຊົມເຊີຍແຂວງ ກວາງນີງ ໄດ້ມີການຊີ້ນຳຄົບຊຸດ, ເດັດຂາດ, ມີຫຼາຍວິທີເຮັດໃໝ່, ມີຫົວຄິດປະດິດສ້າງໃນການປະຕິບັດການປະຕິຮູບບໍລິຫານ, ພິເສດແມ່ນຮູບແບບບັນດາສູນບໍລິຫານສາທາລະນະຢູ່ຂັ້ນເມືອງ, ແຂວງມີລັກສະນະກະຈ່າງແຈ້ງ, ເປີດເຜີຍ, ນຳມາເຊິ່ງປະສິດທິຜົນສູງ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງວ່າ: ໃນໄລຍະຈະມາເຖິງ, ແຂວງ ກວາງນີງ ຕ້ອງສືບຕໍ່ຜັນຂະຫຍາຍແຜນການປະຕິຮູບບໍລິຫານໄລຍະ 2016 – 2017, ກຳນົດທິດຮອດປີ 2020 ຕາມທິດຄົບຊຸດ, ມີຈຸດສຸມ, ມີປະສິດທິຜົນຕິດພັນກັບການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ… ຄຽງຄູ່ກັນນັ້ນ, ແຂວງ ກວາງນີງ ຕ້ອງສຸມໃສ່ບັນດາມາດຕະການແທດຈິງເພື່ອປະຕິຮູບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ, ຍູ້ແຮງການໜູນຊ່ວຍພັດທະນາວິສາຫະກິດ.