ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວ: ຮັບປະກັນການເຕີບໂຕບ້ວງສິນເຊື່ອໃຫ້ເໝາະສົມ

(VOVWORLD) -ຕອນເຊົ້າວັນທີ 13 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳບໍລິຫານລາຄາຂອງລັດຖະບານ ໄດ້ເປັນປະທານກອງປະຊຸມຂອງຄະນະຊີ້ນຳ, ຕີລາຄາວຽກງານບໍລິຫານລາຄາໃນ 9 ເດືອນປີ 2017 ແລະ ປຶກສາຫາລືບັນດາມາດຕະການຄວບຄຸມໄພເງິນເຟີ້ ໃນ 3 ເດືອນທ້າຍປີ.

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວ: ຮັບປະກັນການເຕີບໂຕບ້ວງສິນເຊື່ອໃຫ້ເໝາະສົມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກໍ່ຊີ້ນຳທະນາຄານແຫ່ງລັດ

ສືບຕໍ່ບໍລິຫານໄພເງິນເຟີ້ເປັນປົກກະຕິ

(ພາບປະກອບ: TTXVN)

ຍ້ອງຍໍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆທີ່ໄດ້ມານະພະຍາຍາມປະຕິບັດບັນດາມາດຕະການຄວບຄຸມໄພເງິນເຟີ້ໃນ 9 ເດືອນຜ່ານມາ, ພິເສດແມ່ນບໍ່ປະໃຫ້ເກີດໄພເງິນເຟີ້ ຜ່ານການດັດປັບລາຄາແຕ່ລະຄັ້ງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ຄາດໝາຍດັດປັບລາຄາໃນປີນີ້ ເດດຂາດຕ້ອງຮັບປະກັນການໃຫ້ລາຄາເພີ່ມຂຶ້ນສະເລ່ຍຕ່ຳກວ່າ 4%, ໄພເງິນເຟີ້ພື້ນຖານເພີ່ມ 1,6%. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກໍ່ຊີ້ນຳທະນາຄານແຫ່ງລັດ ສືບຕໍ່ບໍລິຫານໄພເງິນເຟີ້ເປັນປົກກະຕິໂດຍພື້ນຖານໃຫ້ຢູ່ໃນລະດັບ 1,6%, ຮັບປະກັນການເຕີບໂຕບວງສິນເຊື່ອໃຫ້ເໝາະສົມກັບສະພາບການໜັງຕິງຂອງໄພເງິນເຟີ້, ກຳລັງດຶງດູດທຶນຂອງພື້ນຖານເສດຖະກິດ ແລະ ລົງທຶນເຂົ້າບັນດາຂົງເຂດບຸລິມະສິດ.

ຕອບກັບ

ຂ່າວ/ບົດ​ອື່ນ