ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບບັນດາເອກອັກຄະລັດຖະທູດອາຟະລິກາໃຕ້, ນີເຊເຣຍ
(VOVWORLD) -ໃນການຢ້ຽມຢາມອາຟະລິກາໃຕ້ ທີ່ຈະມາເຖິງນີ້, ຄະນະຜູ້ແທນລັດຖະບານຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ 2 ຝ່າຍ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດນີເຊເຣຍ
(ພາບ: TTXVN)
|
ຕອນເຊົ້າວັນທີ 20 ກັນຍາ, ຢູ່ສຳນັກງານລັດຖະບານ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດອາຟະລິກາໃຕ້ Kgaogelo Lekgoro, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ໃນການຢ້ຽມຢາມອາຟະລິກາໃຕ້ ທີ່ຈະມາເຖິງນີ້, ຄະນະຜູ້ແທນລັດຖະບານຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ 2 ຝ່າຍ, ໂດຍສຸມໃສ່ບັນດາບັນຫາການເມືອງ - ການທູດ, ການຄ້າ ການລົງທຶນ, ອຸດສາຫະກຳປ້ອງກັນຊາດ ແລະ ປ້ອງກັນຕ້ານອາດຊະຍາກຳ.
ສ່ວນທ່ານເອກອັກຄະລັດຖະທູດ Kgaogelo Lekgoro ໄດ້ຕີລາຄາສູງຕໍ່ບັນດາເນື້ອໃນເຮັດວຽກຂອງ 2 ຝ່າຍວ່າ ຈະປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ ແລະ ໃຫ້ຮູ້ວ່າ, ອາຟະລິກາໃຕ້ ຈະໜູນຊ່ວຍຢ່າງສຸດຂີດເພື່ອໃຫ້ການຢ້ຽມຢາມບັນລຸໝາກຜົນອັນດີງາມ.
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດນີເຊເຣຍ Francis Young Efeduma, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ນີເຊເຣຍ ແມ່ນພື້ນຖານເສດຖະກິດແຖວໜ້າຂອງອາຟະລິກາ ແລະ ຫວຽດນາມ ປາດຖະໜາຢາກປຶກສາຫາລືບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ.