ຮອງນາຍົກລັດຖະມົນຕີເວືອງດີງເຫວ້ເຮັດວຽກກັບທະນາຄານນະໂຍບາຍສັງຄົມ
ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້
ເຮັດວຽກກັບທະນາຄານນະໂຍບາຍສັງຄົມ
(ພາບ: VGP)
(vovworld) - ຕອນບ່າຍວັນທີ 16/06 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ໄດ້ເຮັດວຽກກັບທະນາຄານນະໂຍບາຍສັງຄົມ ແລະ ມອບຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບເລື່ອງແຕ່ງຕັ້ງທ່ານ ເລມີງຮຶງ ຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານສະພາບໍລິຫານທະນາຄານນະໂຍບາຍສັງຄົມ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຮັບຮູ້ວ່າທະນາຄານນະໂຍບາຍສັງຄົມແມ່ນຈຸດພົ້ນເດັ່ນໃນການປະຕິບັດນະໂຍບາຍຫລຸດຜ່ອນຄວາມທຸກຍາກ ແລະ ບັນດານະໂຍບາຍສັງຄົມອື່ນໆ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມ, ຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນຊີວິດສັງຄົມ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ ດ້ວຍບົດບາດເປັນທະນາຄານຂອງລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ສະເໜີບັນດາສະມາຊິກໃນສະພາບໍລິຫານ, ຜູ້ອຳນວຍການໃຫຍ່ທະນາຄານປະຕິບັດປັດໃຈແຫ່ງລັດ ແລະ ປັດໃຈຕະຫລາດໃນການເຄື່ອນໄຫວຂອງທະນາຄານຢ່າງກົມກຽວ, ໃນນັ້ນ ປັດໃຈແຫ່ງລັດເປັນເຈົ້າພາທາງ.