ຮອງປະທານ Tong Thi Phong ໃຫ້ການຕ້ອນຮັບຫົວໜ້າຜູ້ຕາງໜ້າ ອົງການ UNICEF ປະຈຳຫວຽດນາມ

ຮອງປະທານ Tong Thi Phong ໃຫ້ການຕ້ອນຮັບຫົວໜ້າຜູ້ຕາງໜ້າ ອົງການ UNICEF ປະຈຳຫວຽດນາມ - ảnh 1

(ພາບ:ອິນ​ເຕີ​ແນັດ)

(VOV)- ຕອນ​ບ່າຍວັນ​ທີ 29/10, ທ່ານ​ນາງຮອງ​ປະທານ​ສະພາ​​ແຫ່ງ​ຊາດ Tong Thi Phong ​ໄດ້ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Lotta Sylwander ຫົວໜ້າ​ຜູ້ຕາງໜ້າ​ອົງການ UNICEF ປະຈຳ​ຫວຽດນາມ. ທ່ານ​ນາງຮອງ​ປະທານ​ສະພາ​​ແຫ່ງ​ຊາດ Tong Thi Phong ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ UNICEF ພວມສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ນາງຮອງ​ປະທານ​ສະພາ​​ແຫ່ງ​ຊາດ Tong Thi Phong ຢືນຢັນ​ວ່າ, ຍາມ​ໃດພັກ, ລັດ​ຫວຽດນາມ ກໍ່​ຖືກ​ເລື່ອງ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ປະຕິບັດ​ສິດ​ຂອງ​ເດັກ​ແມ່ນ​ການ​ໃຫ້​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ບັນດາ​ນະ​ໂຍບາຍ​ພັດທະນາ. ​ໃນ​ນັນສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ເຖິງ​ບົດບາດ, ຄວາມ​ຮັບຜິດຊອບ ​ແລະ ​ໃຫ້​ຄຳໝັ້ນສັນຍາ​ຈະ​ສ້າງ​ລະບົບ​ກົດໝາຍ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ເດັກ​ໃຫ​້ນັບ​ມື້​ນັບ​ສົມບູນ​ແບບ. ທ່ານ​ນາງຮອງ​ປະທານ​ສະພາ​​ແຫ່ງ​ຊາດ Tong Thi Phong ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ: ທ່ານ​ນາງ Lotta Sylwander ​ພ້ອມກັບອົງການ UNICEF ປະຈຳ​ຫວຽດນາມ ຈະສືບ​ຕໍ່​ມີ​ການ​ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ​ກັບ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເພື່ອ​ສ້າງ​ລະບົບ​ກົດໝາຍ​ກ່ຽວຂ້ອງ​ເຖິງການປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ອົບຮົມ​ເດັກ​, ປະຕິ​ດບັດ​ສິດ​ຂອງ​ເດັກ​ຢູ່​ທຸກຂັ້ນ.

 

ຂ່າວ/ບົດ​ອື່ນ