ທ່ານນາງ Gladys Bejerano Portela ແລະ
ທ່ານ ຫງວຽນຈູງແທ່ງເອກອັກຄະລັດຖະທູດ ຫວຽດນາມ
(ພາບ: TTXVN)
(vovworld) - ກ່າວຄຳເຫັນທີ່ພິທີຍື່ນສານຕາຕັ້ງຂອງທ່ານ ຫງວຽນຈູງແທ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ກູບາ, ວັນທີ 22/02, ທ່ານນາງຮອງປະທານສະພາແຫ່ງລັດ ກູບາ Gladys Bejerano Portela ສະແດງຄວາມເຊື່ອໝັ້ນວ່າການພົວພັນຮ່ວມມືລະຫວ່າງ 2 ປະເທດຈະສືບຕໍ່ກ້າວຂຶ້ນຢ່າງໝັ້ນຄົງບົນພື້ນຖານປະຫວັດສາດ ແລະ ມູນເຊື້ອທີ່ມີມາຢູ່ແລ້ວ. ທ່ານນາງຮອງປະທານສະພາແຫ່ງລັດ ກູບາ Gladys Bejerano Portela ເຊື່ອໝັ້ນວ່າ ດ້ວຍປະສົບການຂອງຕົນ ທ່ານເອກອັກຄະລັດຖະທູດ ຫງວຽນຈູງແທ່ງ ຈະເປັນຂົວເຊື່ອມຕໍ່, ປະກອບສ່ວນເຂົ້າໃນການເພີ່ມທະວີ, ປັບປຸງນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງ 2 ປະເທດ.
ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນຈູງແທ່ງ ກໍ່ຂອບອົກຂອບໃຈ ແລະ ສະແດງຄວາມເຊື່ອໝັ້ນວ່າ ພັກ, ລັດ ກູບາ ຈະສ້າງເງື່ອນໄຂເພື່ອໃຫ້ທ່ານປະຕິບັດສຳເລັດໜ້າທີ່, ປະກອບສ່ວນນຳການພົວພັນ 2 ຝ່າຍຂຶ້ນສູ່ລະດັບສູງໃໝ່, ແທດຈິງ, ມີປະສິດທິຜົນ ເພື່ອເໝາະສົມກັບວິໄສທັດຂອງການນຳ, ຄວາມມຸ່ງປາດປາດຖະໜາຂອງປະຊາຊົນ ແລະ ຄວາມສາມາດບົ່ມຊ້ອນຂອງ 2 ປະເທດ. ທ່ານເອກອັກຄະລັດຖະທູດ ຫງວຽນຈູງແທ່ງ ຢືນຢັນວ່າ ນ້ຳໃຈ ແລະ ທິດນຳຂອງປະທານ ໂຮ່ຈີມິນ ແລະ ແນວຄວາມຄິດຂອງຜູ້ນຳປະຕິວັດ Fidel Castro ຍາມໃດກໍ່ແມ່ນປາພະຄານເຍືອງທາງ ເພື່ອໃຫ້ 2 ຝ່າຍພ້ອມກັນສືບທອດ, ເສີມຂະຫຍາຍມູນເຊື້ອການພົວພັນອັນດີງາມ ໂດຍຜ່ານການສຶກສາລຸ້ນໜຸ່ມຢູ່ແຕ່ລະປະເທດ.