ຮອງປະທານປະເທດ Nguyen Thi Doan ຕ້ອນຮັບບັນດາບຸກຄົນດີເດັ່ນໃນບັ້ນບໍລິຈາກເລືອດ 2012

ຮອງປະທານປະເທດ Nguyen Thi Doan ຕ້ອນຮັບບັນດາບຸກຄົນດີເດັ່ນໃນບັ້ນບໍລິຈາກເລືອດ 2012 - ảnh 1
ທ່ານ​ນາງຮອງປະທານປະເທດ Nguyen Thi Doan ຕ້ອນຮັບບັນດາບຸກຄົນດີເດັ່ນໃນບັ້ນບໍລິຈາກເລືອດ 2012


(vovword)- ຕອນ​ບ່າຍ​ວັນ​ທີ 8/6 ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານປະ​ເທດຫວຽດນາມ Nguyen Thi Doan ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ບຸກຄົນ​ດີ​ເດັ່ນທີ່​ໄດ້​ເຂົ້າ​ຮ່ວມບັ້ນ​ບໍລິຈາກ​ເລືອດທົ່ວ​ປະ​ເທດ​ປີ 2012 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ໂລກ​ເຊີດ​ຊູ​ຜູ້​ບໍລິຈາກ​ເລືອດ ( 14/6) . ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານປະ​ເທດຫວຽດນາມ Nguyen Thi Doan ​ໄດ້ຢືນຢັນ​ວ່າ ການ​ພັດທະນາ​ຂອງ​ຂະ​ແໜງ​ການ​ຢາ​ຫວຽດນາມ​ບັນລຸ​ໄດ້​ບັນດາ​ຜົນງານ​ຄື​ວັນ​ນີ້ ​ແມ່ນ​ຍ້ອນ​ມີ​ປະລິມານ​ເລືອດ​ທີ່​ຈຳ​ເປັນ​ເພື່ອ​ກອບ​ກູ້​ເອົາ​ຊີວິດ​ຂອງຄົນ​ເຈັບ. ທ່ານ​ນາງ​ຮອງ​ປະທານປະ​ເທດຫວຽດນາມ Nguyen Thi Doan ​ເນັ້ນ​ໜັກ​ວ່າ :

   “ ຂ້າພະ​ເຈົ້າ​ຊົມ​ເຊີຍ 100 ບຸກຄົນ​ທີ່​ມີໜ້າ​ນະ​ທີ່​ນີ້ ຊຶ່ງ​​ໄດ້​ເຂົ້າຮ່ວມ​ຂະ​ບວນການບໍລິຈາກ​ເລືອດ​ໂດຍ​ສະໝັກ​ໃຈ​ເພື່ອ ກອບ​ກູ້​ເອົາ​ຊີວິດ​ຂອງຄົນ​ເຈັບ, ​ເພື່ອ​ຊີວິດ​ຂອງ​ພໍ່​ແມ່​ພີ​ນ້ອງ​ຮ່ວມ​ຊາດ. ຂ້າພະ​ເຈົ້າ​ຫວັງ​ວ່າ ຄະນະ​ຊີ້​ນຳ​ຄວນ​ມີ​ຫຼາຍ​ມາດ​ຕະການ​ເພື່ອ​ໂຄສະນາ ​ແລະ ລະດົມ​ກຳລັງ​ໃຈ​ຢ່າງ​ທັນ​ການ​ຕໍ່​ບັນດາ​ບຸກຄົນ​ທີ່​ມີ​ຜົນງານ​ຫຼາຍ​ຢ່າງ​ໃນ​ການ​ເຄື່ອນ​ໄຫວ​ບໍລິຈາກ​ເລືອດ​ເພື່ອ​ທະວີ​ຄຸນ​ກ້ວາງ​ອອກ. ”

ຂ່າວ/ບົດ​ອື່ນ