(vovworld) - ຕອນເຊົ້າວັນທີ 16/9 ຢູ່ແຂວງ Lao Cai, ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ເຂົ້າຮ່ວມພິທີມອບທຶນສຶກສາ “ພ້ອມກັບນັກຮຽນໄປໂຮງຮຽນ” ໃຫ້ແກ່ນັກຮຽນທີ່ທຸກຍາກໃນບໍລິເວນແຂວງ 450 ຄົນ, ໂດຍກອງທຶນປົກປ້ອງເດັກນ້ອຍຫວຽດນາມ ອຸປະຖຳ. ທີ່ພິທີ, ທ່ານນາງຮອງປະທານປະເທດ ໄດ້ເນັ້ນໜັກວ່າ; ປີ 2013 ແມ່ນປີບານພັບຂອງການຜັນຂະຫຍາຍປ່ຽນໃໝ່ລະບົບສຶກສາຫວຽດນາມໂດຍພື້ນຖານ ແລະ ຮອບດ້ານ. ເພາະສະນັ້ນ, ພ້ອມກັບທົ່ວປະເທດ, ແຂວງ Lao Cai ຕ້ອງສຸມໃສ່ເຂົ້າໃນການຄຸ້ມຄອງ, ສຸມໃສ່ເບິ່ງແຍງດູແລຖັນແຖວພະນັກງານ, ຄູອາຈານ. ບັນດາໂຮງຮຽນຄວນສຸມໃສ່ປ່ຽນໃໝ່ວິທີສິດສອນ, ບັນດາເຄື່ອງອຸປະກອນໃນການສອນ; ເພີ່ມທະວີວຽກງານຫັນການສຶກສາເປັນວຽກງານສັງຄົມກວ່າອີກ. ແຂວງ Lao Cai ຄວນສືບຕໍ່ຊີ້ນຳປະຕິບັດການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢ່າງກະໂດດຂັ້ນ,ເບິ່ງແຍງດູແລເດັກທຸກຍາກ, ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະ ເດັກນ້ອຍທີ່ມີຜົນງານດີເດັ່ນໃນການຮໍ່າຮຽນຢູ່ບໍລິເວນແຂວງ.
ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ກໍມອບລົດຖີບ 50 ຄັນ ແລະ ທຶນສຶກສາ 50 ທຶນ ໃຫ້ເດັກນ້ອຍທຸກຍາກຢູ່ແຂວງ Lao Cai ແລະ ສະແດງຄວາມເສົ້າສະຫຼົດໃຈຕໍ່ 11 ຄອບຄົວປະສົບເຄາະຮ້າຍຈາກໄພນ້ຳຖ້ວມຢູ່ບ້ານ Nam Cham, ຕາແສງ Nam Luc, ເມືອງ Bac Ha, ພ້ອມກັນນັ້ນກໍມອບຂວງຂວັນຂອງພັກ, ລັດ ເຖິງບັນດາຄອບຄົວປະສົບເຄາະຮ້າຍຈາກນ້ຳຖ້ວມ.