(vovworld) - ວັນທີ 5/4, ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ສິ້ນສຸດການຢ້ຽມຢາມຢູ່ແຂວງ ຫວິງລອງ ມາເປັນເວລາ 2 ວັນ. ເມື່ອເຮັດວຽກກັບການນຳແຂວງ ຫວິງລອງ, ທ່ານນາງຮອງປະທານປະເທດ Nguyen Thi Doan ເນັ້ນໜັກວ່າ: ແຂວງ ຫວິງລອງ ຄວນສືບຕໍ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນການຜະລິດກະສິກຳ, ປະຕິຮູບບັນດາລະບຽບການບໍລິຫານ ເພື່ອດຶງດູດການລົງທຶນ ແນໃສ່ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖີ່ນ. ທາງແຂວງຄວນເອົາໃຈໃສ່ເຖິງວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສອນວິຊາຊີບໃຫ້ແກ່ຊາວກະສີກອນຕາມທິດຍົກລະດັບດ້ານເຕັກນິກ, ຄວາມຊຳນານເພື່ອເຂົາເຈົ້າສ້າງຄວາມຮັ່ງມີໃນທົ່ງນາຂອງຕົນ.