ຮອງປະທານປະເທດ Nguyen Thi Doan ສິ້ນສຸດການໄປຢ້ຽມຢາມລາວ, ເດີນທາງໄປຢ້ຽມຢາມໄທ

ຮອງປະທານປະເທດ Nguyen Thi Doan ສິ້ນສຸດການໄປຢ້ຽມຢາມລາວ, ເດີນທາງໄປຢ້ຽມຢາມໄທ  - ảnh 1
ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan 
​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ລາວ ຈູມມາລີ ​ໄຊ​ຍະ​ສອນ
( ພາບ: kplnet.net )


( vovworld ) -   ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ສປປລາວ ຢ່າງ​ເປັນ​ທາງ​ການ,​ ວັນ​ທີ 19/6, ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໂດຍ​ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan  ນຳ​ໜ້າ​ໄດ້ມີ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ລາວ ຈູມມາລີ ​ໄຊ​ຍະ​ສອນ. ທີ່​ການ​ພົບ​ປະ, ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ຢືນຢັນ​ວ່າ ຫວຽດນາມ​ ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ, ຖືວ່າ​ນີ້​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ທີ່​ຄວນ​ໄດ້​ຮັບ​ການ​ຮັກສາ ​ແລະ ຖ່າຍທອດ​ໃຫ້​ຄົນລຸ້ນຫຼັງ. ຫວຽດນາມ ​ຢືນຢັນ​ວ່າ ຈະ​ສະໜັບສະໜູນ​ລາວ ​ເຂົ້າ​ຮ່ວມ​ອົງການ​ອົງການ​ການ​ຄ້າ​ໂລກ, ສືບ​ຕໍ່​ຊ່ວຍ​ເຫຼືອ​ລາວ​ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ - ​ເອີ​ລົບຄັ້ງ​ທີ 9 ​​ແລະ ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ລັດຖະສະພາ​ອາຊີ - ​ເອີ​ລົບຄັ້ງ​ທີ 7 ​ໃນ​ທ້າຍ​ປີ 2012 ໂດຍ​ໄວ.

     ພາຍຫຼັງ​ສິ້ນສຸດ​ການ​ຢ້ຽມຢາມ​ລາວ, ວັນ​ທີ 20/6, ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ Nguyen Thi Doan ​ໄດ້​​ເດີນທາງໄປ​ນະຄອນຫຼວງ​ບາງກອກ, ​ເລີ່ມ​ຕົ້ນ​ການ​ຢ້າມຢາມ​ປະ​ເທດໄທ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 20 – 24/6, ຕາມ​ຄຳ​ເຊື້ອ​ເຊີນ​ຂ​ອງທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງຮັກ ຊິນ​ນະ​ວັດ. ນະ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ຈະ​ມີ​ການ​ພົບ​ປະ​ກັບລາຊະ​ທິດາ ມະຫາ​ຈັກກີ ສິຣີນພອນ, ​ເຈລະຈາ​ກັບ​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງຮັກ ຊິນ​ນະ​ວັດ ​ແລະ ພົບ​ປະ​ກັບ​ການ​ນຳ “ ສະມາຄົມ​ມິດຕະພາບ​ໄທ - ຫວຽດນາມ​ ”.

        ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ຍັງ​ຈະ​ໄປ​ຢ້ຽມຢາມ​ບ້ານ​ມິດຕະພາບໄທ - ຫວຽດນາມ ຢູ່​ນະຄອນ ພະ​ນົມ, ​ແຫ່ງ​ທີ່​ປະທານ​​ໂຮ່ຈິ​ມິນ ​ເຄີຍ​ເຄື່ອນ​ໄຫວຂົນຂວາຍ​ປະຕິວັດ ​ແລະ ດຳລົງ​ຊີວິດ​ໃນລະຫວ່າງ​ປີ 1928 ​ແລະ 1929 ​​ໃນ​ໄລຍະ​ທີ່ເພິ່ນ​ໄປ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ກໍຈະ​ພົບ​ປະ​ກັບພໍ່​ແມ່ ພີ່ນ້ອງ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ແຂວງ ຂອນ​ແກ່ນ, ​ໄປ​ຢ້ຽມຢາມກິດຈະກຳ​ວັດ​ເສົາ​ດຽວ​ໃນ​ສວນສາທາລະນະ​ມິດຕະພາບ​ໄທ - ຫວຽດນາມ, ​​ເຊິ່ງເປັນ​ສັນຍາ​ລັກ​ແຫ່ງຄວາມ​ສາມັກຄີ​ຫວຽດນາມ - ​ໄທ, ​ແລະ ພົບ​ປະ​ກັບ​ເຈົ້າ​ແຂວງ​ຂອງ​ສອງ​ແຂວງ​ນີ້.

        ການ​ຢ້ຽມຢາມ​ປະ​ເທດ​ໄທ ຢ່າງ​​ເປັນ​ທາງ​ການ​​ຂອງ​ທ່ານນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ຄັ້ງ​ນີ້ຈະ​ເປັນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ຊຸກຍູ້​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຫວຽດນາມ - ​ໄທ​ ຍິ່ງກວ່າ​ອີກ.

ຂ່າວ/ບົດ​ອື່ນ