ຮອງປະທານປະເທດ ພົບປະກັບສັງສັນກັບ 20 ຄູ່ຜົວເມຍຄົນພິການ ທີ່ດີເດັ່ນ

ຮອງປະທານປະເທດ ພົບປະກັບສັງສັນກັບ 20 ຄູ່ຜົວເມຍຄົນພິການ ທີ່ດີເດັ່ນ - ảnh 1
ທ່ານນາງຮອງປະທານປະເທດ Nguyen Thi Doan

(vovworld) - ​ເນື່ອງ​​ໃນ​ໂອກາດ​ວັນ​ຄອບຄົວ​ຫວຽດນາມ 28/6, ຕອນ​ບ່າຍ​ວັນ​ທີ 27/6, ຢູ່​ສຳນັກງານ​ປະທານ​ປະ​ເທດ ທີ່​ຮ່າ​ໂນ້ຍ, ທ່ານ​ນາ​ງຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan ​ໄດ້​ມີ​ການ​ພົບ​ປະ​ສັງ​ສັນກັບ 20 ​ຄູ່​ຜົວ​ເມຍຄົນ​ພິການ​ທີ່​ດີ​ເດັ່ນຂອງ 13 ​ແຂວງ, ນະ​ຄອນ. ນີ​້ແມ່ນ​ບັນດາ​ຄູ່​ຜົວ​​ເມຍ​ມີ​ຜົນງານ​ຫຼາຍ​ຢ່າງ​ໃນ​ບັນດາ​ຂົງ​ເຂດ​ແຮງ​ງານ, ຮຳ່ຮຽນ, ຜະລິດ​ດຳ​ເນີນ​ທຸລະ​ກິດ, ສຶກສາ, ສາທາລະນະ​ສຸກ, ກິລາ, ວັດທະນະທຳ. ​ເຖິງ​ວ່າ, ບັນດາ​ຄູ່​ຜົວ​ເມຍ​ນີ້​ມີ​ຊີວິດ​ການ​ເປ​ັນຢູ່​ທີ່​ແຕກ​ຕ່າງ​ກັນ, ​ແລະ ສະພາບ​ພິການ​ກໍແຕກ​ຕ່າງ​ກັນກໍ​ຕາມ, ​ແຕ່​​ເຂົາ​ເຈົ້າມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນນັ້ນ​ແມ່ນ ​ໃນ​ສະພາບ​ການ​ປະສົມ​ກັບ​ຄວາມ​ຫຍູ້​ງຍາກ, ​ເຂົາ​ເຈົ້າ​ຍັງ​ເພີ່ມ​ພູນ​ຄຸນ​ສ້າງ​, ຮັກສາ​ຄວາມສຸກ​ໃນ​ຄອບຄົວ, ລ້ຽງ​ດູລູກ​ໃຫ້​​ແຂງ​ແຮງ ​ແລະ ປະສົມ​ຜົນສຳ​ເລັດ​ໃນ​ການ​ຮຳ່ຮຽນ.

ທີ່​ການ​ພົບ​ປະ​ສັງ​ສັນ, ຜູ້ຕາງໜ້າ​ໃຫ້ບັນດາ​ຄູ່​ຜົວ​ເມຍ​ຄົນພິການ ​ໄດ້​ເລົ່າຄືນ​ເລື່ອງ​ລາວ​ກ່ຽວ​ກັບ​ຊີວິດ​ທີ່​ລຳບາກ​ກາກ​ກຳ, ຫຍຸ້ງ​ຍາກ​ຂອງ​ຕົນ​ເພື່ອ​ມີ​ຊີວິດ​ທີ່​​ຜາ​ສຸກ​ຄື​ປະຈຸ​ບັນ.

 

                               

ຂ່າວ/ບົດ​ອື່ນ