(vovworld) - ຕອນບ່າຍວັນທີ 7/5, ຢູ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງ ແຄ໋ງຮ່ວາ, ເນື່ອງໃນໂອກາດຄະນະມາຢ້ຽມຢາມນະຄອນຫຼວງ ຮ່າໂນ້ຍ ແລະ ເຂົ້າສຸສານປະທານ ໂຮ່ຈີມິນ. ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຮຽກຮ້ອງໃຫ້ແຂວງ ແຄ໋ງຮ່ວາປະຕິບັດວຽກງານເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ຜູ້ມີຄຸນງາມຄວາມດີ, ສຸ້ຊົນເພື່ອໃຫ້ 100% ຈຳນວນຄອບຄົວຜູ້ມີຄຸນງາມຄວາມດີມີລະດັບຄອງຊີບເທົ່າທຽມ ຫຼື ສູງກ່ວາລະດັບຄອບຊີບທົ່ວໄປໃນທ້ອງຖິ່ນ. ທ່ານນາງຮອງປະທານປະເທດຫວັງວ່າ ຜູ້ມີຄຸນງາມຄວາມດີແຂວງ ແຄ໋ງຮ່ວາ ຈະເສີມຂະຫຍາຍມູນເຊື້ອຮັກຊາດ, ຕັ້ງໜ້າເຂົ້າຮ່ວມການອອກແຮງງານ, ການຜະລິດ, ຮ່ວມແຮງຮ່ວມໃຈພ້ອມກັບພັກ, ລັດ ສ້າງຊົນນະບົດໃໝ່. ບັນດາຜູ້ແທນມີຄຸນງາມຄວາມດີແຂວງ ແຄ໋ງຮ່ວາ ຢືນຢັນຈະຮັກສາຄຸນນະທາດອັນສູງສົ່ງຂອງນັກຮົບປະຕິວັດ, ເປັນແບບຢ່າງ, ຕັ້ງໜ້າສຶກສາຄຸນສົມບັດ, ມູນເຊື້ອໃຫ້ແກ່ລຸ້ນໜຸ່ມຢູ່ທ້ອງຖິ່ນ, ປະກອບສ່ວນສ້າງແຂວງ ແຄ໋ງຮ່ວາ ໃຫ້ນັບມື້ນັບຮັ່ງມີ, ສວຍງາມ.