ຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບອົງມົງກຸດ ລາຊະກຸມມານ ແບນຊິກ
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
ຕ້ອນຮັບ ອົງມົງກຸດລາຊະກຸມມານແບນຊິກ
( ພາບ : Reuters )
|
(vovworld) - ຕອນບ່າຍວັນທີ 12/3, ຢູ່ ຮ່າໂນ້ຍ, ອົງມົງກຸດ ລາຊະກຸມມານລາຊະອານາຈັກແບນຊິກ ຟິລິບ ໄດ້ມີການເຈລະຈາກັບທ່ານນາງຮອງປະທານປະເທດ ຫງວຽນທິຢວານ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານໄດ້ຢັ້ງຢືນວ່າ, ຫວຽດນາມ ຖືເປັນສຳຄັນ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບແບນຊິກ. ທັງສອງຝ່າຍເຫັນດີຈະສືບຕໍ່ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສືບຕໍ່ການຮ່ວມມືຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ ແລະ ຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ ສະຫະປະຊາຊາດ ແລະ ໃນຂອບເຂດ ASEM, ASEAN – EU; ເພີ່ມທະວີການຮ່ວມມືລະຫວ່າງເຂດ, ທ້ອງຖີ່ນຕ່າງໆຂອງສອງປະເທດ, ສ້າງເງື່ອນໄຂໃຫ້ປະຊາຄົມວິສາຫະກິດສອງປະເທດຮ່ວມມື, ຊອກຮູ້ກາລະໂອກາດລົງທຶນ, ດຳເນີນທຸລະກິດ, ເພີ່ມທະວີການແລກປ່ຽນນັກສຶກສາ ແລະການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ ແລະ ສູນຄົ້ນຄ້ວາຂອງສອງປະເທດ. ທັງສອງຝ່າຍເຫັນດີເປັນເອກະສັນ ຈະສືບຕໍ່ສົມທົບກັນປະຕິບັດໂຄງການຕ່າງໆໃນຂອບເຂດໂຄງການຮ່ວມມື ຫວຽດນາມ - ແບນຊິກ, ໄລຍະ 2011-2015. ໃນນັ້ນສູມໃສ່ບັນດາຂົງເຂດບຸລິມາສິດຄື: ການສຶກສາ - ບຳລຸງສ້າງ, ການຄຸ້ມຄອງຊັບພະຍາກອນນ້ຳ, ຊົນລະປະທານ, ບຳບັດຂີ້ເຫຍື່ອ.
ພາຍຫຼັັງການເຈລະຈາ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານແລະອົງມົງກຸດ ລາຊະກຸມມານ ຟີລິບ ໄດ້ເປັນສັກຂີພິຍານ ພິທີລົງນາມໃນເອກະສານຮ່ວມມື 4 ສະບັບລະຫວ່າງສອງປະເທດຄື: ມະຕິຕົກລົງສະບັບປັບປຸງກ່ຽວກັບສັນຍາວ່າດ້ວຍຫຼີີກລ້ຽງການເສຍພາສີຊ້ອນ; ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງກະຊວງການເງິນ; ບົດບັນທຶກຊ່ວຍຈຳລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ກ່ຽວກັບການຮ່ວມມືໃນຂົງເຂດວິທະຍາສາດ, ເຕັກໂນໂລຢີອາວະກາດ ແລະ ການໝູນໃຊ້ເຕັກໂນໂລຢີອາວະກາດ…
ແລະກໍ່ໃນຕອນບ່າຍວັນດຽວກັນ, ໃນການຕ້ອນຮັບອົງມົງກຸດລາຊະກຸມມານແບນຊິກ ທ່ານ ປິລິບ ທີ່ພວມຢູ່ຢ້ຽມຢາມຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຖືວ່າ, ການຢ້ຽມຢາມຄັ້ງນີ້ຂອງອົງມົງກຸດລາຊະກຸມມານ ແລະ ຄະນະຜູ້ແທນວິສາຫະກິດແບນຊິກ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງແບນຊິກ ເຖິງສະພາບແຫ່ງການລົງທຶນດຳເນີນທຸລະກິດຢູ່ຫວຽດນາມ. ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຕີລາຄາສູງສາຍພົວພັນອັນດີງາມລະຫວ່າງສອງປະເທດໃນທຸກຂົງເຂດໃນໄລຍະທີ່ຜ່ານມາ ແລະ ການສົມທົບກັນລະຫວ່າງສອງປະເທດໃນບັນດາເວທີປາໄສພາກພື້ນ ແລະ ໃນໂລກ. ທ່ານປະທານປະເທດ ເຈືອງເຕີນຊາງ ປາດຖະໜາວ່າ, ແບນຊິກ ສືບຕໍ່ສະໜັບສະໜູນຫວຽດນາມ ໃນສັນຍາການຄ້າເສລີກັບສະຫະພາບເອີລົບ, ພ້ອມກັນນັ້ນກໍ່ຢືນຢັນວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວິສາຫະກິດແບນຊິກ ລົງທຶນເຂົ້າຫວຽດນາມ ແລະ ເຊື່ອມຕໍ່ກັບພາກພື້ນອາຊີຕາເວັນອອກສຽງໃຕ້.