(vovworld) – ວັນທີ 28/5, ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ, ປະທານສະພາກອງທຶນປົກປ້ອງເດັກ ຫວຽດນາມ ໄດ້ມີການຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ເດັກນ້ອຍ 157 ຄົນຕິດພະຍາດກ່ຽວກັບເລືອດທີ່ພວມໄດ້ຮັບການປິ່ນປົ່ວຢູ່ສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງ, ເນື່ອງໃນໂອກາດເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2013. ເມື່ອພົບປະກັບພະນັກງານ, ແພດໝໍເຮັດວຽກຢູ່ສະຖາບັນ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ເນັ້ນໜັກວ່າ: ເດັກນ້ອຍພວມປິ່ນປົ່ວຢູ່ ສະຖາບັນສ່ວນຫຼາຍເປັນພະຍາດຮຸນແຮງ, ດັ່ງນັ້ນ, ບັນດາແພດໝໍຂອງສະຖາບັນຕ້ອງສຸດອົກສຸດໃຈເບິ່ງແຍງດູແລ ແລະ ປິ່ນປົວໃຫ້ພວກເດັກ. ທ່ານນາງຮອງປະທານປະເທດ ກໍ່ຫວັງວ່າ: ພວກເດັກທີ່ພວມໄດ້ຮັບການປິ່ນປົ່ວຢູ່ທີ່ນີ້ ຈະໄດ້ຕ້ອນຮັບວັນບຸນເດັກນ້ອຍສາກົນທີ່ມ່ວນຊື່ນ, ອົບອຸ່ນ ແລະ ເຕັມໄປດ້ວຍຄວາມຮັກແພງ. ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ເດັກນ້ອຍທີ່ພວມປິ່ນປົ່ວຢູ່ພະແນກໂລກກ້ອນເປົ້າມະເຮັ່ງ, ໂຮງໝໍເດັກສູນກາງ.