(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຕອນເຊົ້າວັນທີ 18/07, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ພ້ອມກັບການນຳກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍດີເດັ່ນຢູ່ເມືອງກວາງນິງ, ແຂວງ ກວາງບິ່ງ. ຢູ່ທີ່ນີ້, ທ່ານນາງຮອງປະທານປະເທດ ໄດ້ມອບຂອງຂວັນ 20 ພູດ, ແຕ່ລະພູດມີມູນຄ່າ 1 ລ້ານດົງ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍທີ່ດີເດັ່ນ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ປາດຖະໜາວ່າ ອຳນາດການປົກຄອງທ້ອງຖິ່ນ ເອົາໃຈໃສ່ເຖິງຊີວິດການເປັນຢູ່ໃຫ້ແກ່ບັນດາຄອບຄົວນະໂຍບາຍຫຼາຍກວ່າອີກ. ທ່ານນາງຮອງປະທານປະເທດກ່າວວ່າ.
“ວັນທະຫານເສຍອົງຄະ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຄືວັນທີ 27/07 ຈະມາເຖິງ, ຂ້າພະເຈົ້າປາດຖະໜາວ່າ ອຳນາດການປົກຄອງທ້ອງຖິ່ນ ແຕ່ງຕັ້ງພະນັກງານລົງຢ້ຽມຢາມບັນດາທະຫານເສຍອົງຄະ, ນັ້ນແມ່ນນ້ຳໃຈຂອງພັກ ແລະ ລັດທີ່ມີຕໍ່ບັນດາຄອບຄົວ ແລະ ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ຕ້ອງໄດ້ສະແດງຄວາມຈິງໃຈ. ທີ່ 2 ແມ່ນ ນະໂຍບາຍສຳລັບບັນດາທະຫານເຈັບປ່ວຍຕ້ອງລະອຽດ, ຕ້ອງເອົາໃຈໃສ່ດ້ານເຮືອນຢູ່, ປະກັນສຸຂະພາບ, ກວດ ແລະ ປິ່ນປົວພະຍາດ, ບໍ່ປະໃຫ້ບັນດາຄອບຄົວນີ້ຖືກອຶດຫິວ”.
ແລະກໍໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ແລະ ຄະນະປະຕິບັດງານ ໄດ້ລົງຢ້ຽມຢາມບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ເມືອງ ໂບ໋ແຈກ; ຖະຫວາຍທູບທຽນບູຊາຢູ່ຫໍບຸຊາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດທາງເລກ 20 ກວຽດທັ໋ງ ແລະ ຢ້ຽມຢາມສູສານຊາວໜຸ່ມຕະລຸມບ່ອນຢູ່ຕາແສງ ວ້ານນິງ, ເມືອງກວາງນິງ, ແຂວງກວາງບິ່ງ.