ຮອງປະທານປະເທດ ຫງວຽນທິຢວານໃຫ້ການ ຕ້ອນຮັບປະທານອົງການ ມະຫາວິທະຍາໄລ ໃຊ້ພາສາຝະລັ່ງ
ທ່ານນາງຮອງປະທານປະເທດຫງວຽນທິຢວານ
(ພາບ: Nguyễn Thủy - TTXVN)
(vovworld)- ວັນທີ 5/12, ຢູ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດຫງວຽນທິຢວານ ໃຫ້ການຕ້ອນຮັບທ່ານ Adbellatif Miraoui ປະທານອົງການມະຫາວິທະຍາໄລໃຊ້ພາສາຝະລັ່ງ (AUF) ຊື່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາງຮອງປະທານປະເທດຫງວຽນທິຢວານ ເນັ້ນນັກວ່າ, ໃນ 50 ປີຜ່ານມາ, AUF ທີບົດບາດສຳຄັນໃນການຮັກສາ ແລະ ເສີມຂະຫຍາຍພາສາຝະລັ່ງ ເໝືອນກັບພາສາຂອງວິທະຍາສາດ, ການສຶກສາ, ຮ່ວມມື ແລະ ພັດທະນາ. ຫວຽດນາມ ມີຄວາມປິຕິຊົມຊື່ນທີ່ໄດ້ປະກອບສ່ວນເຂົ້າໃນບັນດາຜົນສະເລດຂອງ AUF ຂະນະທີ່ແມ່ນປະເທດມີສຳນັກງານຫ້ອງການຜູ້ຕາງໜ້າ AUF ປະຈຳພາກພື້ນອາຊີ-ປາຊີຟິກ. ທ່ານນາງຮອງປະທານປະເທດຫງວຽນທິຢວານ ຢືນຢັນວ່າ: ຍາມໃດຫວຽດນາມ ກໍ່ຖືການພົວພັນກັບບັນດາປະເທດໃຊ້ພາສາຝະລັ່ງ ແລະ ບັນດາອົງການປະຕິບັດຂອງກຸ່ມບັນດາປະເທດໃຊ້ພາສາຝະລັ່ງ ເປັນສຳຄັນ, ໃນນັ້ນມີ AUF ພ້ອມທັງໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການຮ່ວມມືກັບ AUF ແລະ ຄູ່ຮ່ວມມືອື່ນໆ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງປະຊາຄົມໃຊ້ພາສາຝະລັ່ງ ຢູ່ ພາກພື້ນອາຊີ-ປາຊີຟິກ.