ຮອງປະທານປະເທດ ຫວຽດນາມ ດັງທິຫງອກທິງ ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ແຂວງວິງລອງ ອາຍຸການຕ່າງໆ

(VOVWORLD) - ຕອນບ່າຍວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັງທິຫງອກທິງ ໄດ້ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ແຂວງວິງລອງ ອາຍຸການຕ່າງໆ 
ຮອງປະທານປະເທດ ຫວຽດນາມ ດັງທິຫງອກທິງ ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ແຂວງວິງລອງ ອາຍຸການຕ່າງໆ - ảnh 1 ຮອງປະທານປະເທດ ຫວຽດນາມ ດັງທິຫງອກທິງ ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ແຂວງວິງລອງ ອາຍຸການຕ່າງໆ (ພາບ: TTXVN)

ເນື່ອງໃນໂອກາດທີ່ຄະນະ ເດີນທາງມາຢ້ຽມຢາມຮ່າໂນ້ຍ ແລະ ເຂົ້າໄວ້ອາໄລຢູ່ສຸສານປະທານໂຮ່ຈີມິນ. ທ່ານນາງຮອງປະທານປະເທດ ຫວຽດນາມ ດັງທິຫງອກທິງ ປາຖະໜາວ່າ: ບັນດາຜູ້ແທນໃນຄະນະສືບຕໍ່ປະກອບຄຳເຫັນໃຫ້ບັນດາຜູ້ແທນສະພາແຫ່ງຊາດ ຊຸດທີ XIV ເສີມຂະຫຍາຍ, ສະແດງຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດດີກວ່າ; ເຊື່ອມຕໍ່, ນຳເອົາຄວາມຄິດເຫັນຂອງປະຊາຊົນເຖິງສະພາແຫ່ງຊາດ, ປະກອບສ່ວນຊ່ວຍສະພາແຫ່ງຊາດວາງອອກບັນດາລັດຖະນະໂຍບາຍທີ່ນັບມື້ນັບມີປະສິດທິຜົນ, ນຳເຂົ້າຊີວິດການເປັນຢູ່ຂອງປະຊາຊົນ.

        ບັນດາຜູ້ແທນສະພາແຫ່ງຊາດ ແຂວງວິງລອງ ຢັ້ງຢືນວ່າ: ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ສຶກສາໃຫ້ລຸ້ນໜຸ່ມຕັ້ງໜ້າຮໍ່າຮຽນ, ປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນ, ສ້າງສາບ້ານເກີດເມືອງນອນ (ວິງຂອງ) ໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ