ຮອງປະທານປະເທດດັ້ງທິ້ຫງອກທິ້ງເຂົ້າຮ່ວມພິທີສະເຫຼີມສະຫຼອງ 1977 ປີແຫ່ງວັນລຸກຮື້ຂຶ້ນຂອງ 2 ພະນາງຈຶງ

ຮອງປະທານປະເທດດັ້ງທິ້ຫງອກທິ້ງເຂົ້າຮ່ວມພິທີສະເຫຼີມສະຫຼອງ 1977 ປີແຫ່ງວັນລຸກຮື້ຂຶ້ນຂອງ 2 ພະນາງຈຶງ - ảnh 1
​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 1977 ປີ​ແຫ່ງວັນລຸກ​ຮື້​ຂຶ້ນ​ຂອງ 2 ພະ​ນາງ​ຈຶງ
(ພາບ: thanglong.chinhphu.vn)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 02/02 (ກົງ​ກັບ​ວັນ​ທີ 06 ບຸນ​ເຕັດ​ປີ​ລະ​ກາ), ໄດ້​ດຳ​ເນີນ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 1977 ປີ​ແຫ່ງວັນລຸກ​ຮື້​ຂຶ້ນ​ຂອງ 2 ພະ​ນາງ​ຈຶງ ແລະ ໄຂ​ງານ​ບຸນພະ​ວິ​ຫານ 2 ພະ​ນາງ​ຈຶງ ປີ 2017 ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ພິ​ເສດພະ​ວິ​ຫານ 2 ພະ​ນາງ​ຈຶງ, ​ທີ່ເມືອງ ເມ​ລິງ, ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ້​ຫງອກ​ທິ້ງ ຢືນ​ຢັນ​ວ່າ: 2 ພະ​ນາງ​ຈຶງ ແລະ ການລຸກ​ຮື້​ຂຶ້ນ​ຂອງ 2 ພະ​ນາງ​ຈຶງ ໄດ້​ເປັນ​ມໍ​ລະ​ດົກ​ທາງ​ດ້ານ​ຈິດ​ໃຈ​ອັນ​ເລ​ີດ​ລ້ຳ​, ນັ້ນ​ແມ່ນ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ຕິດ​ພັນ​ກັບ​ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ໃນ​ນັ້ນ​ມີ​ກຳ​ລັງ​ແຮງ​ດ້ານ​ພູມ​ປັນ​ຍາ, ນ້ຳ​ໃຈ​ລູກ​ຮື້​ຂຶ້ນ​ຂອງ​ແມ່​ຍິງ​ຫວຽດ​ນາມ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ກໍ​ເນັ້​ນ​ໜັກ​ວ່າ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ມູນ​ເຊື້ອ​ແມ່​ຍິງ​ຫວຽດ​ນາມ, ຍ​ົກ​ສູງ​ນ້ຳ​ໃຈ​ຮັກ​ຊາດ, ເຈດ​ຈຳ​ນົງ​ບໍ່​ຍອມ​ຈຳ​ນົນ​ຂອງ 2 ພະ​ນາງ​ຈຶງ, ແມ່​ຍິງ​ຫວຽດ​ນາມ ໄດ້​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃນ​​ຕະ​ຫຼອດໄລ​ຍະ​ປະ​ຫວັດ​ສາດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ກໍ​ຄື​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ