ຮອງປະທານປະເທດພົບປະກັບຄະນະຜູ້ແທນປັນຍາຊົນໜຸ່ມທີ່ດີເດັ່ນ

ຮອງປະທານປະເທດພົບປະກັບຄະນະຜູ້ແທນປັນຍາຊົນໜຸ່ມທີ່ດີເດັ່ນ  - ảnh 1
( ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ Nguyen Thi Doan )

(vovworld) – ​    ​​ຕອນ​ເຊົ້າ​ວັນ​ທີ 13/7, ຢູ່​ສຳນັກງານ​ປະທານ​ປະ​ເທດຫວຽດນາມ ທີ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ Nguyen Thi Doan ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ປັນຍາ​ຊົນ​ໜຸ່ມທີ່​ດີ​ເດັ່ນ​ກຸ່ມ​ບັນດາ​ອົງການສຳນັກງານ​ຂັ້ນ​ສູນ​ກາງລວມ 100 ຄົນ.​ ນະ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ຢືນຢັນ​ວ່າ ຍາມ​ໃດ ພັກ ​ແລະ ລັດ ຫວຽດນາມກໍ​ເອົາ​ໃຈ​​ໃສ່, ຖື​ຊາວ​ໜຸ່ມ ​ແລະ ວຽກ​ງານ​ຊາວ​ໜຸ່ມ​ແມ່ນ​ສຳຄັນ​ທີ່​ສຸດ, ​ແມ່ນ​ບັນຫາ​ເປັນຕາ​ຍຂອງ​ຊາດ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໃຈ​ຕັດສິນ​ຄວາມ​ສຳ​ເລັດ​ຜົນຂອງ​ການ​ປະຕິວັດ​ຫວຽດນາມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ເນັ້ນ​ໜັກ​ວ່າ ບັນດາ​ຜູ້​ແທນ​ປັນຍາ​ຊົນ​ໜຸ່ມ​ທີ່​ດີ​ເດັ່ນ​ຕ້ອງ​ສູ​້ຊົນ​ໃຫ້ກາຍ​ເປັນ​ບັນດາ​ພະນັກງານ ທີ່​ກັ່ງ​ກ້າ​ສາມາດ ມີຄຸນສົ​ມບັດ​ສິນ​ທຳ​ປະຕິວັດສາມັກຄີກັນ, ຕັ້ງໜ້າ​​ຮໍ່າຮຽນ, ຝຶກ​ຝົນ​ຫຼໍ່​ຫ໌ອມ, ​ສົມ​ກັບເປັນ​ເສນາ​ທິການ​ຊ່ວຍ​ໃຫ້​ບັນດາ​ອົງການ​ສຳນັກງານ​ຂັ້ນສູນ​ກາງ​ຜັນ​ຂະຫຍາຍ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ​ເປັນ​ຢ່າງ​ດີ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຜູ້​ແທນປັນຍາ​ຊົນ​ໜຸ່ມທີ່​ດີ​ເດັ່ນ​ກຸ່ມ​ບັນດາ​ອົງການ​ສຳນັກງານ​ຂັ້ນສູນ​ກາງສືບ​ຕໍ່​ຝຶກ​ຝົນຫຼໍ່​ຫຼອມ​ສະຕິ​ຄຸນສົມບັດ, ​ເພີ່ມ​ທະວີ​ການ​ຄົ້ນຄວ້າ, ຮໍ່າຮຽນ, ປະຕິບັດ​ຕາມ​​ແນວ​ຄິດ​ ​ແລະ ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການ​ຂອງວຽກ​ງານ ​ແລະ ໜ້າ​ທີ່​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່.

ຂ່າວ/ບົດ​ອື່ນ