ຮອງປະທານປະເທດຫງວຽນທິຢວານຢ້ຽມຢາມ,ອວຍພອນປີໃໝ່ຢູ່ແຂວງຮ່ານາມ

ຮອງປະທານປະເທດຫງວຽນທິຢວານຢ້ຽມຢາມ,ອວຍພອນປີໃໝ່ຢູ່ແຂວງຮ່ານາມ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ໃຫ້ປະຊາຊົນທຸກຍາກຕາແສງ ເຈີນຫຼີ
(ພາບ: baomoi.com)


(vovworld) – ວັນ​ທີ 27/1, ​ເມື່ອ​ໂອ້​ລົມ​ກັບ​ການ​ນຳ ​ແລະ ປະຊາຊົນ​​ແຂວງ ຮ່ານາມ​, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ໝາ​ກຜົນ​ທີ່​ແຂວງ ​ຮ່າ​ນາມ ບັນ​ລູ​ໄດ້​ໃນ​ປີ 2013, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ​ແຂວງ ຮ່ານາມ ພວມ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ດຶງ​ດູດ​ການ​ລົງທຶນ, ພັດທະນາ​ສາທາລະນະ​ສຸກ, ການ​ສຶກສາ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ປີ 2014, ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ ຮ່າ​ນາມ​ ຄວນ​ສືບ​ຕໍ່​​ເສີມ​ຂະຫຍາຍ​ບັນດາ​ຜົນງານ, ນຳ​ແຂວງ​ໃຫ້​ນັບ​ມື້​ນັບ​ພັດທະນາ.

    ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​​ໃຫ້ບັນດາ​ຄອບຄົວ​ມີ​ຄຸນງາມຄວາມ​ດີ​ຕໍ່ການ​ປະຕິວັດ, ບັນດາ​ອະດີດ​ຊາວ​ໜຸ່ມ​ຕະລຸມ​ບອນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ຢູ່​ບັນດາ​ເມືອງ ຫຼີ​ເຍີນ, ບິ່ງ​ລຸກ, ​ແທງ​ລຽມ ​ແລະ ນະຄອນ ຝູຫຼີ໋.

 

 


ຂ່າວ/ບົດ​ອື່ນ