ຮອງປະທານປະເທດຫວຽດນາມໃຫ້ການຕ້ອນຮັບຮອງປະທານາທິບໍດີສ.ອາຟະລິກາໃຕ້
ທ່ານນາງ ດັ້ງທິງອກທິ້ງ ເຈລະຈາກັບທ່ານ Cyril Ramaphosa
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 3/10, ຢູ່ ຮ່າໂນ້ຍ, ທ່ານນາງ ຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ມີການເຈລະຈາກັບທ່ານ Cyril Ramaphosa, ຮອງປະທານາທິບໍດີສາທາລະນະລັດ ອາຟະລິກາໃຕ້ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການເຈລະຈາ, ທ່ານນາງ ຮອງປະທານປະເທດ ຫວຽດນາມ ແລະ ທ່ານ ຮອງປະທານາທິບໍດີ ສ.ອາຟະລິກາໃຕ້ ລ້ວນແຕ່ສະແດງຄວາມພາກພູມໃຈຕໍ່ການພັດທະນາອັນດີງາມຂອງການພົວພັນ ຫວຽດນາມ - ອາຟະລິກາໃຕ້ ໃນ 20 ກວ່າປີທີ່ຜ່ານມາ, ພິເສດແມ່ນນັບແຕ່ສອງປະເທດສ້າງຕັ້ງການພົວພັນ “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ“ ເມື່ອປີ 2004. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືລະຫວ່າງສອງພັກກອມມູນິດ ຫວຽດນາມ ແລະ ພັກ ກອງປະຊຸມໃຫຍ່ຊົນຊາດ ອາຟະລິກາ (ANC), ຖືນີ້ແມ່ນພື້ນຖານໃຫ້ແກ່ການຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການໃນທຸກຂົງເຂດການເມືອງ, ເສດຖະກິດ, ການຄ້າ… ສອງຝ່າຍຢືນຢັນຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ, ອາຟະລິກາໃຕ້ ຈະແບ່ງປັນທັດສະນະຂອງ ຫວຽດນາມ ກ່ຽວກັບການແກ້ໄຂການຂັດແຍ້ງກັນບົນທະເລຕາເວັນອອກດ້ວຍສັນຕິວິທີ, ບົນພື້ນຖານກົດໝາຍາກົນ.
ສ່ວນທ່ານ ຮອງປະທານາທິບໍດີ ສ.ອາຟະລິກາໃຕ້ກໍ່ຫວັງວ່າສອງຝ່າຍຈະຫັນການພົວພັນດ້ານເສດຖະກິດ - ການຄ້າ ເປັນຫຼາຍຮູບຫຼາຍແບບ ເພື່ອເພີ່ມວົງເງິນການຄ້າ ແລະ ສ້າງຄວາມສົມດຸນທາງດ້ານການຄ້າບົນພື້ນຖານທັງສອງຝ່າຍຕ່າງມີຜົນປະໂຫຍດ.