ທ່ານນາງ ຕ່ອງທິຟ໋ອງ ລົງຢ້ຽມຢາມໂຮງໝໍຫຼາຍຂະແໜງແຂວງ ດົ່ງນາຍ
|
(vovworld) - ວັນທີ 27/2, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ພ້ອມກັບຄະນະປະຕິບັດງານສູນກາງໄດ້ລົງເຮັດວຽກຢູ່ແຂວງດົ່ງນາຍ. ພາຍຫຼັງການເຮັດວຽກກັບການນຳແຂວງ, ທ່ານນາງ ຕ່ອງທິຟ໋ອງ ໄດ້ໄປໂຮງໝໍຫຼາຍຂະແໜງແຂວງ ດົ່ງນາຍ, ເຮັດວຽກ ແລະ ອວຍພອນຖັນແຖວແພດໝໍ, ພະນັກງານຂະແໜງການແພດເນື່ອງໃນໂອກາດວັນແພດໝໍ ຫວຽດນາມ 27/2. ນະທີ່ນີ້, ທ່ານນາງ ຕ່ອງທິຟ໋ອງ ຖືວ່າ: ແຂວງ ດົ່ງນາຍ ເປັນໜຶ່ງໃນບັນດາແຂວງຈຸດສຸມ, ໄດ້ຮັບບຸລິມະສິດລົງທຶນ, ນຳໃຊ້ອຸປະກອນການແພດ, ເຄື່ອງຈັກທີ່ທັນສະໄໝ, ນຳໃຊ້ບັນດາຄວາມກ້າວໜ້າດ້ານວິທະຍາສາດເຕັກນິກໃນການກວດ ແລະ ປິ່ນປົວພະຍາດ. ດັ່ງນັ້ນ, ໄລຍະຈະມາເຖິງ, ຂະແໜງການແພດແຂວງ ດົ່ງນາຍ ຕ້ອງສືບຕໍ່ຍົກສູງແຫຼ່ງຊັບພະຍາກອນມະນຸດ, ມຸ່ງໄປເຖິງມີຄວາມສາມາດປິ່ນປົວພະຍາດຢູ່ໃນລະດັບສູງ, ຊ່ວຍໃຫ້ປະຊາຊົນໄດ້ຊົມໃຊ້ການບໍລິການສາທາລະນະສຸກລະດັບສູງຂອງໂລກ, ເຮັດແນວໃດເພື່ອໃຫ້ຄົນເຈັບບໍ່ຕ້ອງໄປປິ່ນປົວພະຍາດຢູ່ຕ່າງປະເທດ, ນຳໃຊ້ພູມປັນຍາ, ມະນຸດ ຫວຽດນາມ, ກຳລັງຄວາມສາມາດຂອງທ່ານໝໍ ຫວຽດນາມ ປີ່ນປົວໃຫ້ຊາວ ຫວຽດນາມ.