ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບຫົວໜ້າຜູ້ຕາງໜ້າUNICEFປະຈຳຫວຽດນາມ
(ພາບ: Nguyễn Dân/TTXVN)
(vovworld) – ທີ່ການຕ້ອນຮັບທ່ານນາງ Lotta Sylwander, ຫົວໜ້າຜູ້ຕາງໜ້າກອງທຶນອະນຸຊົນສະຫະປະຊາຊາດ (UNICEF) ປະຈຳ ຫວຽດນາມ, ເມື່ອຕອນບ່າຍວັນທີ 25/11, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ຕີລາຄາສູງການຮ່ວມມືລະຫວ່າງ UNICEF ແລະ ສະພາແຫ່ງຊາດ ຫວຽດນາມ ເຊິ່ງໄດ້ຊ່ວຍປັບປຸງວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ປະຕິບັດສິດຂອງເດັກຢູ່ ຫວຽດນາມ, ພິເສດ, UNICEF ໄດ້ຊ່ວຍເຫຼືອດ້ານເຕັກນິກ, ເປັນຂົວຕໍ່ເພື່ອໃຫ້ ຫວຽດນາມ ສຳພັດກັບບົດຮຽນ ແລະ ແຫຼ່ງກຳລັງສາກົນ, ຈາກນັ້ນປະກອບສ່ວນຜັນຂະຫຍາຍບັນດາໂຄງການກວດ, ປິ່ນປົວພະຍາດໂດຍບໍ່ເສຍຄ່າ, ບັນດາມາດຕະການຫລຸດຜ່ອນອັດຕາການຕາຍຂອງເດັກຫາກໍ່ກຳເນີດ ແລະ ຂາດທາດບຳລຸງຂອງ ຫວຽດນາມຢ່າງມີປະສິດທິຜົນ, ສ້າງສະພາບແວດລ້ອມປອດໄພ ແລະ ປອດໄສໃຫ້ແກ່ເດັກ ຫວຽດນາມ.
ທ່ານຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສະເໜີໃຫ້ UNICEF ສືບຕໍ່ສະຫງວນແຫຼ່ງກຳລັງໜູນຊ່ວຍໃຫ້ ຫວຽດນາມ, ຊ່ວຍ ຫວຽດນາມ ສ້າງສຳເລັດ, ປັບປຸງກອບກົດໝາຍວ່າດ້ວຍການປົກປ້ອງ ແລະ ເບິ່ງແຍງດູແລເດັກ, ຍົກສູງສະຕິຄວາມຮັບຮູ້ກ່ຽວກັບສິດຂອງເດັກ, ພ້ອມທັງໜູນຊ່ວຍການສ້າງກົດໝາຍໃຫ້ເໝາະສົມກັບສົນທິສັນຍາກ່ຽວກັບສິດຂອງເດັກ.