(vovworld) - ຕອນເຊົ້າວັນທີ 09 ກັນຍາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກລັດຖະສະພາມິດຕະພາບການາດາ - ຫວຽດນາມ ໂດຍທ່ານຮອງປະທານບັນດາກຳມາທິການຂອງສະພາແຫ່ງຊາດການາດາ Barry Devolin, ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ຢືນຢັນວ່າ: ຍາມໃດຫວຽດນາມ ກໍ່ຖືການພົວພັນມິດຕະພາບ ແລະ ຮ່ວມມືຮອບດ້ານກັບການາດາ ໃນທຸກຂົງເຂດເປັນສຳຄັນ, ນັບແຕ່ດ້ານການເມືອງ, ເສດຖະກິດ, ວັທະນະທຳ, ສຶກສາ... ຕະຫຼອດຮອດການຮ່ວມມືໃນບັນດາເວທີປາໄສຢູ່ພາກພື້ນ ແລະ ສາກົນ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ປາດຖະໜາວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຈະມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືກວາອີກ ຕາມທິດແທດຈິງ ແລະ ນັບມື້ນັບມີປະສິດທິຜົນ, ສົມກັບຄວາມສາມາດບົມຊ້ອນ ແລະ ທ່າແຮງຂອງ 2 ປະເທດ. ກ່ຽວກັບການພົວພົນລະຫວ່າງສະພາແຫ່ງຊາດ 2 ປະເທດ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ປາດຖະໜາວ່າ ສະມາຄົມສະມາຊິກລັດຖະສະພາມິດຕະພາບ 2 ປະເທດຈະສືບຕໍ່ພັດທະນາບົດບາດເພື່ອຍູ້ແຮງການພົວພັນລະຫວ່າງ 2 ສະພາແຫ່ງຊາດກວ່າອີກ, ພິເສດກ່ຽວກັບດ້ານວິຊາສະເພາະຂຶ້ນກັບໜ້າທີ່ຂອງອົງການນິຕິບັນຍັດ.
ທ່ານຮອງປະທານບັນດາກຳມາທິການຂອງສະພາແຫ່ງຊາດການາດາ Barry Devolin ຢືນຢັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຍູ້ແຮງການພົວພັນຮ່ວມມືກັບຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງ ການາດາ ມີທ່າແຮງຄື ເຕັກໂນໂລຊີສູງ, ນຳມັນອ້າຍແກັດ, ກະສິກຳ, ການສຶກສາ ແລະ ແຮງງານ.