ຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄປຢ້ຽມຢາມແຂວງ ອານຢາງ
ທ່ານນາງຫງວຽນທິກີມເງິນ ຮອງປະທານສະພາແຫ່ງຊາດຢ້ຽມຢາມ
ແຂວງອານຢາງ
ພາບ:angiang.gov.vn
|
(vovworld) - ວັນທີ 7/3, ຄະນະປະຕິບັດງານຂອງຄະນະປະຈຳສະພາແຫ່ງຊາດ, ໂດຍທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າ ໄດ້ໄປເຮັດວຽກຢູ່ແຂວງ ອານຢາງ. ໃນການເຮັດວຽກກັບການນຳແຂວງ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ, ອານຢາງ ມີທ່າແຮງກ່ຽວກັບການຜະລິດຜະລິດຕະພັນກະເສດ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ທາງແຂວງສືບຕໍ່ຄົ້ນຄ້ວາ, ໄຈ້ແຍກບັນດາບັນຫາອັນຈຳເປັນໃນການພັດທະນາກະສີກຳ, ຊົນນະບົດ, ຄວາມຕິດຂັດໃນການລົງທຶນຂອງລັດໃນຂົງເຂດກະສີກຳ, ຊາວກະສີກອນ, ຊົນນະບົດ, ໂດຍສະເພາະແມ່ນການປະຕິບັດບັນດານະໂຍບາຍທີ່ມີຕໍ່ຊາວນາ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ລົງໄປສຳຫຼວດຕົວຈິງຮູບແບບຮ່ວມສຳພັນຈຳໜ່າຍເຂົ້າສານ ”ທົ່ງນາແບບຢ່າງ” ຂອງບໍລິສັດຫຸ້ນສ່ວນ ປົກປັກຮັກສາພືດ ອານຢາງ ຢູ່ເມືອງ ເຈົາແທ່ງ.