ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນສະພາທຸລະກິດ ອາເມລິກາ - ອາຊຽນ

(VOVWORLD) - ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດເຂົ້າມາລົງທຶນ, ເປີດກ້ວາງການດຳເນີນທຸລະກິດ, ຜະລິດ, ໃນນັ້ນມີບັນດາວິສາຫະກິດ ອາເມລິກາ.
ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນສະພາທຸລະກິດ ອາເມລິກາ - ອາຊຽນ - ảnh 1ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນສະພາທຸລະກິດ ອາເມລິກາ - ອາຊຽນ (ພາບ: quochoi.vn) 

ຕອນບ່າຍວັນທີ 14 ມີນາ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວັກຫຽນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາທຸລະກິດ ອາເມລິກາ - ອາຊຽນ, ລວມມີຜູ້ຕາງໜ້າການນຳຂອງວິສາຫະກິດ ແລະ ກຸ່ມບໍລິສັດແຖວໜ້າ ອາເມລິກາ 40 ແຫ່ງຄື: Microsoft, Google, GE, FedEx…ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນ ໄດ້ຕີລາຄາສູງບັນດາການປະກອບສ່ວນອັນໃຫຍ່ຫລວງຂອງວິສາຫະກິດ ອາເມລິກາ ສຳລັບພື້ນຖານເສດຖະກິດ ຫວຽດນາມ ໃນໄລຍະຜ່ານມາ. ທ່ານ ຟຸ່ງກວັກຫຽນ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າກ່ຽວກັບເສດຖະກິດ, ການຄ້າ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດເຂົ້າມາລົງທຶນ, ເປີດກ້ວາງການດຳເນີນທຸລະກິດ, ຜະລິດ, ໃນນັ້ນມີບັນດາວິສາຫະກິດ ອາເມລິກາ.

        ຕາງໜ້າຄະນະວິສາຫະກິດສະພາທຸລະກິດ ອາເມລິກາ - ອາຊຽນ, ທ່ານປະທານທັງເປັນຜູ້ອຳນວຍການໃຫຍ່ສະພາ Alexander Feldman ໄດ້ຂອບໃຈທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸງກວັກຫຽນ ທີ່ໄດ້ສະຫລະເວລາຕ້ອນຮັບຄະນະ. ບັນດາສະມາຊິກໃນຄະນະລ້ວນແຕ່ສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນຂອງສະພາແຫ່ງຊາດ ຫວຽດນາມ ໃນການຊຸກຍູ້ບັນດາການເຄື່ອນໄຫວດຳເນີນທຸລະກິດຂອງບັນດາວິສາຫະກິດ ອາເມລິກາ ປະຈຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ