ຮອງປະທານສະພາແຫ່ງຊາດ ອວງຈູລືວ ຕ້ອນຮັບລັດຖະມົນຕີວ່າການກະຊວງຍຸຕິທຳ Slovakia
ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ
ຕ້ອນຮັບລັດຖະມົນຕີວ່າການກະຊວງຍຸຕິທຳ Slovakia
(ພາບ: cpv.org.vn)
(vovworld) – ຕອນບ່າຍວັນທີ 12/3, ທີ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ Slovakia Tomas Borec ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ເນັ້ນໜັກວ່າ: 2 ປະເທດ ຫວຽດນາມ ແລະ Slovakia ມີການພົວພັນທີ່ເປັນມູນເຊື້ອມິດຕະພາບມາແຕ່ດົນນານ. ຍາມໃດ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ກໍ່ປາດຖະໜາຢາກຮັກສາ ແລະ ເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ພ້ອມທັງຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງໃຫ້ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ ແລະ 2 ຊາດ ຫວຽດນາມ- Slovakia ຢ່າງບໍ່ຢຸດຢັ້ງ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ສະເໜີ 2 ຝ່າຍຄວນສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບພຶດຕິກຳຕົວຈິງໃນການປັບປຸງລະບົບກົດໝາຍ ແລະ ຂັ້ນຕອນການປະກາດໃຊ້ກົດໝາຍ, ເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ ແລະ ບຳລຸງສ້າງກົດໝາຍ…
ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ Slovakia Tomas Borec ເນັ້ນໜັກວ່າ: Slovakia ພ້ອມແລ້ວທີ່ຈະແບ່ງປັນກັບ ຫວຽດນາມ ບັນດາບົດຮຽນໃນການປະຕິຮູບດ້ານຕຸລາການ, ການແລກປ່ຽນບົດຮຽນກ່ຽວກັບ ພຶດຕິກຳຕົວຈິງໃນການປັບປຸງລະບົບກົດໝາຍ ແລະ ຂັ້ນຕອນການປະກາດໃຊ້ກົດໝາຍ, ເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງກົດໝາຍ; ການແລກປ່ຽນບົດຮຽນກ່ຽວກັບການສະໜອງບັນດາຮູບການຊ່ວຍເຫຼືອດ້ານກົດໝາຍ ແລະ ບໍລິການດ້ານກົດໝາຍ.